ຄຳແນະນຳຂອງເຈົ້າແຂວງ ວ່າດ້ວຍການຢັ້ງຢືນຄວາມຖືກຕ້ອງຂອງບັນດາເອກະສານ ແລະ ນິຕິກຳຕ່າງໆ ທີ່ຕ້ອງຜ່ານຫ້ອງການທະບຽນສານ

省长关于须经公证登记处办理的各类文件及法律文书真实性核证的指示

Directive on Verification of Authenticity of Documents and Legal Instruments Requiring Notarization by the Notary Registration Office

ບົດສະຫຼຸບ

ເຈົ້າແຂວງຫຼວງນໍ້າທາ ໂດຍອີງໃສ່ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍການຈົດທະບຽນ ແລະ ການຮັບຮອງ ແລະ ຄຳແນະນຳຂອງກະຊວງຍຸຕິທຳ ສະບັບເລກທີ 873/ກຍ, ຮຽກຮ້ອງໃຫ້ບັນດາພະແນກ, ໜ່ວຍງານ ແລະ ບຸກຄົນ ນຳເອກະສານທາງກົດໝາຍຕ່າງໆ ສົ່ງໃຫ້ຫ້ອງການຈົດທະບຽນ ແລະ ຮັບຮອງ ເພື່ອກວດສອບຄວາມຖືກຕ້ອງຕາມຂັ້ນຕອນທີ່ກຳນົດ, ພ້ອມທັງກຳນົດປະເພດເອກະສານທີ່ຕ້ອງຮັບຮອງ, ຄ່າທຳນຽມ ແລະ ການມີຜົນສັກສິດ.

ມາດຕາ

ມາດຕາ 1

ມອບໃຫ້ກົມຍຸຕິທຳແຂວງ, ຫ້ອງການຍຸຕິທຳເມືອງ ຮ່ວມກັບອຳນາດການປົກຄອງບ້ານ ເປັນຜູ້ຮັບຜິດຊອບຕົ້ນຕໍ ໃນການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ ຄຳສັ່ງເລກທີ 873/ຍທ ລົງວັນທີ 10 ຕຸລາ 2014 ຂອງກະຊວງຍຸຕິທຳ ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈົດທະບຽນການຮັບຮອງ ໃຫ້ແກ່ບັນດາກະຊວງ, ກອງບັນຊາການ, ອົງການປຽບທຽບຂັ້ນກະຊວງ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ວິສາຫະກິດຂອງລັດ, ບໍລິສັດ, ຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນ ແລະ ຫ້າເມືອງ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈ ແລະ ຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ ຢ່າງເຄັ່ງຄັດ ແລະ ມີປະສິດທິຜົນ ຕາມຂັ້ນຕອນ ແລະ ລະບຽບກົດໝາຍ.

ມາດຕາ 2

ເອກະສານທາງກົດໝາຍທີ່ຕ້ອງຜ່ານການຮັບຮອງຈາກຫ້ອງການທະບຽນສັງຄະມະໂນຄົວ ປະກອບມີ: ສັນຍາຕ່າງໆ ເຊັ່ນ: ສັນຍາຊື້-ຂາຍ, ສັນຍາເຊົ່າ ຫຼື ສຳປະທານ, ສັນຍາກູ້ຢືມ, ສັນຍາຮັບເໝົາກໍ່ສ້າງ, ສັນຍາຮ່ວມທຶນ, ສັນຍາໂອນຊັບສິນ, ຂໍ້ກຳນົດຂອງບໍລິສັດ ແລະ ສັນຍາອື່ນໆ; ພິນັຍກຳ; ໃບໂອນມໍລະດົກ; ໃບມອບອຳນາດ; ເອກະສານສິດຄອບຄອງຊັບສິນຮ່ວມຂອງຜົວເມຍ ຫຼື ຊັບສິນເດີມ; ສຳເນົາເອກະສານທີ່ຕ້ອງຮັບຮອງ; ການຮັບຮອງລາຍເຊັນ ຫຼື ລາຍນິ້ວມື; ເອກະສານແປ (ເອກະສານແປທີ່ຕ້ອງຮັບຮອງ); ການປຽບທຽບຕົວບຸກຄົນກັບຮູບຖ່າຍ (ຮູບຖ່າຍທີ່ຕ້ອງຮັບຮອງ); ວັນທີເດືອນປີທີ່ຍື່ນເອກະສານ (ເອກະສານທີ່ຕ້ອງຮັບຮອງວັນທີເດືອນປີທີ່ຍື່ນເອກະສານ); ເອກະສານທີ່ຄູ່ກໍລະນີຮ່ວມກັນລົງນາມຕໍ່ໜ້າພະນັກງານທະບຽນສັງຄະມະໂນຄົວ; ຕະຫຼອດຮອດເອກະສານອື່ນໆ.

ມາດຕາ 3

ບຸກຄົນ, ນິຕິບຸກຄົນ ແລະ ອົງກອນຕ່າງໆ ທີ່ຍື່ນຄຳຮ້ອງຂໍການຮັບຮອງສັນຍາ ຫຼື ເອກະສານອື່ນໆ, ຕ້ອງຊຳລະຄ່າທຳນຽມ, ຄ່າບໍລິການ ແລະ ຄ່າຕົ້ນທຶນໃຫ້ແກ່ອົງກອນທີ່ກ່ຽວຂ້ອງ ຕາມກົດໝາຍ, ລະບຽບການ ແລະ ດຳລັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 4 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ