ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງສະພາການຄ້າຕ່າງປະເທດ ປະຈຳ ສປປ ລາວ

关于设立驻老挝人民民主共和国外国商会的协议

Agreement on Establishing Foreign Chambers of Commerce in the Lao People's Democratic Republic

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ ອອກໂດຍກະຊວງອຸດສາຫະກຳ ແລະ ການຄ້າ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການສ້າງຕັ້ງ, ດຳເນີນງານ ແລະ ຄຸ້ມຄອງ ສະພາການຄ້າຕ່າງປະເທດ ແລະ ຫ້ອງການຕາງໜ້າທຸລະກິດຕ່າງປະເທດ ໃນ ສປປ ລາວ, ເພື່ອອຳນວຍຄວາມສະດວກໃນການປະສານງານ ແລະ ດຳເນີນທຸລະກິດຂອງອົງການທຸລະກິດຕ່າງປະເທດ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງຕັ້ງ, ການເຄື່ອນ ໄຫວ, ການຄຸ້ມຄອງສະພາການຄ້າຕ່າງປະເທດ ແລະ ອົງການຕົວແທນທຸລະກິດຕ່າງປະເທດ ເພື່ອອຳນວຍຄວາມ ສະດວກໃນການປະສານງານ ແລະ ດຳເນີນທຸລະກິດຂອງອົງກອນທຸລະກິດຕ່າງປະເທດ, ສົ່ງເສີມ ແລະ ປົກປ້ອງ ນ ສິດຜົນປະໂຫຍດໃຫ້ແກ່ບັນດາຫົວຫ່ວຍທຸລະກິດຕ່າງປະເທດ ທີ່ດຳເນີນທຸລະກິດຢູ່ ສປປ ລາວ ແນໃສ່ເຮັດໃຫ້ການ ຄຸ້ມຄອງຫົວຫ່ວຍທຸລະກິດເປັນລະບົບ ແລະ ມີປະສິດທິພາບໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ສົນທິສັນຍາ, ພັນທະທີ ສປປ ລາວ ໄດ້ລົງນາມກັບຕ່າງປະເທດ.

ມາດຕາ 2

ສະພາການຄ້າຕ່າງປະເທດປະຈຳ ສປປ ລາວ ສະພາການຄ້າຕ່າງປະເທດ ປະຈຳ ສປປ ລາວ ແມ່ນການຈັດຕັ້ງຫັ່ງຂຽນຫຍໍ້ວ່າ "ສຄ ຕປທ” ສ້າງຕັ້ງ ຂຶ້ນຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ເພື່ອເປັນຕົວແທນໃຫ້ແກ່ບັນດາກຸ່ມນັກທຸລະກິດຂອງຕ່າງ ປະເທດໃດຫ່ງ, ຊຶ່ງສາມາດເປັນໄດ້ທັງສະມາຄົມທຸລະກິດ, ສະພາການຄ້າ, ສາຂາສະພາການຄ້າ ແລະ ອົງການຜູ້ຕາງ ປນ້້າຂອງຫົວຫ່ວຍທຸລະກິດທີ່ດຳເນີນທຸລະກິດ ຢູ່ໃນ ສປປ ລາວ. ກ ກ |

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 23 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ