ຂໍ້ຕົກລົງ ວ່າດ້ວຍ ທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ
关于批发与零售贸易经营的协议
Agreement on Wholesale and Retail Trade Operations
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ອອກໂດຍກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການດຳເນີນທຸລະກິດຄ້າສົ່ງ ແລະ ຄ້າຍ່ອຍ, ກຳນົດຮູບແບບການດຳເນີນທຸລະກິດ, ເງື່ອນໄຂການສ້າງຕັ້ງ (ລວມທັງທຶນຈົດທະບຽນ ແລະ ສັດສ່ວນຖືຮຸ້ນຂອງນັກລົງທຶນຕ່າງປະເທດ), ການຄຸ້ມຄອງການດຳເນີນທຸລະກິດ, ການກະທຳທີ່ຖືກຫ້າມ ແລະ ໜ້າທີ່ຂອງອົງການຄຸ້ມຄອງສາມຂັ້ນ (ສູນກາງ, ແຂວງ, ເມືອງ). ຂໍ້ຕົກລົງນີ້ຍົກເລີກຂໍ້ຕົກລົງເກົ່າ ສະບັບເລກທີ 0977 ປີ 2012.
ມາດຕາ
ມາດຕາ 1
! ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຮູບການໄດ້ຮັບສິດທິນຳໃຊ້ (!1ລາ0າ159) ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຮູບການໄດ້ຮັບສິດທິ ນຳໃຊ້ແມ່ນການມອບສິດທິນຳໃຊ້ ກ່ຽວກັບ ເຄື່ອງຫາຍການຄ້າຂອງສິນຄ້າ ລວມທັງວິທີການໃນການຈັດການຕະຫຼາດ ຈາກຜູ່ເປັນເຈົ້າຂອງສິດທິ ໃຫ້ບຸກຄົນ ຫຼື ນິຕິ ບຸກຄົນ ທີໄດ້ຮັບສິດທິນຳໃຊ້ ເພື່ອຈຳຫ່າຍ ແລະ ໃຫ້ການບໍລິການໃນນາມຄືກັບ ທີ່ຕົນໄດ້ເປັນເຈົ້າຂອງສິດທິນັ້ນໆ. ເຈົ້າຂອງສິດທິ ຈະໄດ້ຮັບຄ່ານຳໃຊ້ສິດທິດັງກ່າວ ຈາກຜູ່ທີ່ໄດ້ຮັບສິດທິນຳໃຊ້ ເປັນການຕອບແທນ. ຄ່ານຳໃຊ້ ສິດທິແມ່ນຂຶນກັບການຕົກລົງກັນລະຫວ່າງເຈົ້າຂອງສິດທິ ແລະ ຜູ່ທີ່ໄດ້ຮັບສິດທິ. ການດຳເນີນທຸລະກິດຮູບການໄດ້ຮັບສິດທິນຳໃຊ້ ຕ້ອງຂຶນທະບຽນວິສາຫະກິດໃຫ້ຖືກຕ້ອງ ຕາມກົດພາຍວິສາ ຫະກິດ ເວັນເສຍແຕ່ໄດ້ມີທະບຽນວິສາຫະກິດດຳເນີນທຸລະກິດການຄ້າຂາຍຍົກ ຫຼື ຂາຍຍ່ອຍ ໃດຫົ່ງແລ້ວ. ງ . ໆມວດທ 2 ການສ້າງຕັ້ງ ທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ
ມາດຕາ 2
ການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ການຄ້າຂາຍຍົກ ແມ່ນ ການຈຳຫ່າຍສິນຄ້າແບບຂາຍຍົກ ໃຫ້ບຸກຄົນ ຫຼື ນິຕິບຸກຄົນ ເພື່ອເອົາໄປຜະລິດຕໍ່, ຂາຍຍົກ ຫຼື ຂາຍຍ່ອຍຕໍ່. ການຄ້າຂາຍຍ່ອຍ ແມ່ນ ການຈຳຫ່າຍສິນຄ້າຂອດສຸດທ້າຍໃຫ້ ບຸກຄົນ ຫຼື ນິຕິບຸກຄົນ ເພື່ອຊົມໃຊ້.
ມາດຕາ 3
ນະໂຍບາຍຂອງລັດຕໍ່ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ລັດຊຸກຍູ້, ສົ່ງເສີມ ໃຫ້ບຸກຄົນ ແລະ ນິຕິບຸກຄົນ ພາຍໃນປະເທດ ດຳເນີນທຸລະກິດຂາຍຍົກ ແລະ ຂາຍຍ່ອຍ ດ້ວຍການວາງລະບຽບການ, ມາດຕະການ, ການສະໜອງຂໍ້ມູນຂ່າວສານ, ການບໍລິການ ແລະ ການເອື້ອອຳນວຍຄວາມສະດວກອື່ນໆທີ່ກ່ຽວຂ້ອງ. ບຸກຄົນ ແລະ ນິຕິບຸກຄົນ ຕ່າງປະເທດ ສາມາດດຳເນີນທຸລະກິດ ການຄ້າຂາຍຍົກ ແລະ ຂາຍຍ່ອຍໄດ້ ແຕ່ຕ້ອງປະຕິບັດຕາມເງື່ອນໄຂ ທີ່ກຳນົດໃນຂໍ້ຕົກລົງສະບັບນີ້, ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 31 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ