ຄຳສັ່ງ ຂອງລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບການຄວບຄຸມລາຄາຜະລິດຕະພັນຢາສູບ ດ້ວຍການກຳນົດລາຄາຂາຍຍ່ອຍຕ່ຳສຸດ

工业与贸易部部长关于以设定最低零售价控制烟草制品价格的命令

Order of the Minister of Industry and Commerce on Controlling Tobacco Product Prices by Setting Minimum Retail Prices

ບົດສະຫຼຸບ

ຄຳສັ່ງນີ້ ເພື່ອປົກປ້ອງສຸຂະພາບຂອງພົນລະເມືອງ, ຫຼຸດຜ່ອນການເຂົ້າເຖິງຢາສູບຂອງໄວໜຸ່ມ ແລະ ສະກັດກັ້ນການຄ້າຢາສູບຜິດກົດໝາຍ, ກຳນົດລາຄາຂາຍຍ່ອຍຕ່ຳສຸດຂອງຜະລິດຕະພັນຢາສູບທຸກຊະນິດ ທີ່ຈຳໜ່າຍໃນຕະຫຼາດ ແລະ ຮ້ານຄ້າທົ່ວປະເທດ ບໍ່ໃຫ້ຕ່ຳກວ່າ 3.000 ກີບຕໍ່ຊອງ, ພ້ອມທັງກຳນົດມາດຕະການລົງໂທດແບບຂັ້ນໄດ ແລະ ກົນໄກຕິດຕາມ ແລະ ລາຍງານ ສຳລັບຜູ້ລະເມີດ.

ມາດຕາ

ມາດຕາ 1

ມອບໃຫ້ກົມອຸດສາຫະກຳ ແລະ ການຄ້າ ຂອງແຂວງ, ນະຄອນຫຼວງ ຊີ້ນຳຫ້ອງການອຸດສາຫະກຳ ແລະ ການຄ້າ ຂອງເມືອງ ໃຫ້ດຳເນີນການເຜີຍແຜ່ ແລະ ຊີ້ນຳຄຳສັ່ງນີ້ ແກ່ໂຮງງານຜະລິດຢາສູບ, ຕະຫຼາດ ແລະ ຮ້ານຄ້າຕ່າງໆ ພາຍໃນເຂດຮັບຜິດຊອບຂອງຕົນ ດັ່ງນີ້: — ຄຸ້ມຄອງລາຄາຂາຍຍ່ອຍຂອງຜະລິດຕະພັນຢາສູບທຸກປະເພດ ແລະ ທຸກຍີ່ຫໍ້ ທີ່ຈຳໜ່າຍຢູ່ຕະຫຼາດ ແລະ ຮ້ານຄ້າ ບໍ່ວ່າຈະນຳເຂົ້າຈາກຕ່າງປະເທດ ຫຼື ຜະລິດພາຍໃນປະເທດ ໂດຍຊີ້ນຳໃຫ້ລາຄາຂາຍຕ່ຳສຸດບໍ່ໃຫ້ຕ່ຳກວ່າຊອງລະ ສາມພັນກີບ (3,000 ກີບ). — ຢາສູບທີ່ຈຳໜ່າຍຢູ່ຕະຫຼາດ ແລະ ຮ້ານຄ້າ ຕ້ອງມີສະແຕມພາສີຕິດໃສ່ທຸກຊອງ ແລະ ທຸກຫໍ່. — ຢາສູບຕ້ອງຮັບປະກັນຄຸນນະພາບ, ບໍ່ໃຫ້ເສື່ອມຄຸນນະພາບ, ຫຼຸດຄຸນນະພາບ ຫຼື ໝົດອາຍຸ. — ສຳລັບຢາສູບທີ່ນຳເຂົ້າຈາກຕ່າງປະເທດ ຕ້ອງມີເອກະສານການນຳເຂົ້າທີ່ຖືກຕ້ອງຕາມກົດໝາຍ. ການດຳເນີນງານເຜີຍແຜ່ ແລະ ຊີ້ນຳເນື້ອໃນຄຳສັ່ງນີ້ ແກ່ໂຮງງານຜະລິດຢາສູບ, ຕະຫຼາດ ແລະ ຮ້ານຄ້າຕ່າງໆ ພາຍໃນເຂດຮັບຜິດຊອບຂອງຕົນ ຕ້ອງສຳເລັດພາຍໃນ 30 ວັນ ນັບແຕ່ວັນທີ່ຄຳສັ່ງນີ້ມີຜົນບັງຄັບໃຊ້.

ມາດຕາ 2

ຫຼັງຈາກສຳເລັດການໂຄສະນາ ແລະ ຊີ້ນຳວຽກງານແລ້ວ, ໃຫ້ມອບໝາຍໃຫ້ກົມການຄ້າພາຍໃນ ແລະ ກົມອຸດສາຫະກຳ ແລະ ການຄ້າ ຂອງແຂວງ ແລະ ນະຄອນຫຼວງ ແຕ່ງຕັ້ງພະນັກງານກວດກາການຄ້າ ໄປຕິດຕາມກວດກາຢູ່ຕະຫຼາດ ແລະ ຮ້ານຄ້າຕ່າງໆ; ຖ້າພົບເຫັນການກະທຳຜິດໃດໆ ຕາມທີ່ລະບຸໄວ້ໃນຂໍ້ທີ 1 ຂອງຄຳສັ່ງນີ້, ໃຫ້ດຳເນີນການຕໍ່ຜູ້ກະທຳຜິດ ຕາມຂໍ້ກຳນົດໃນຂໍ້ທີ 3 ຂອງຄຳສັ່ງນີ້, ພ້ອມທັງຕາມຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 474/ນຍ ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ ແລະ ຂໍ້ກຳນົດຂອງກົດໝາຍທີ່ກ່ຽວຂ້ອງ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ