ຄຳແນະນຳ ວ່າດ້ວຍ ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຢູ່ງານວາງສະແດງ
关于出口在展销会购买的成品木制品的指导意见
Guidance on Exporting Finished Wood Products Purchased at Trade Fairs
ບົດສະຫຼຸບ
ກະຊວງອຸດສາຫະກຳ ແລະ ການຄ້າ ກຳນົດເງື່ອນໄຂ, ເອກະສານ ແລະ ຂັ້ນຕອນການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບທີ່ຊື້ຈາກງານວາງສະແດງສິນຄ້າພາຍໃນປະເທດລາວ, ເພື່ອອຳນວຍຄວາມສະດວກໃນການກວດສອບເອກະສານ ແລະ ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ.
ມາດຕາ
ມາດຕາ 1
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ. ກະຊວງອຸດສາຫະກຳ ແລະ ການຄ້າ, ເລກທີ……/ອຄ.ກກສ. ນະຄອນຫຼວງວຽງຈັນ, ວັນທີ……ເດືອນ……ປີ……. ຄຳແນະນຳ. ເຖິງ: ທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງວຽງຈັນ. ເລື່ອງ: ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຈາກງານວາງສະແດງສິນຄ້າ.
— ອີງຕາມດຳລັດວ່າດ້ວຍການນຳເຂົ້າ-ສົ່ງອອກສິນຄ້າ ສະບັບເລກທີ 114/ລບ, ລົງວັນທີ 6 ເມສາ 2011;
— ອີງຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ການດຳເນີນງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 522/ນຍ, ລົງວັນທີ 23 ທັນວາ 2011;
— ອີງຕາມຂໍ້ຕົກລົງວ່າດ້ວຍຮູບແບບ ແລະ ຂະໜາດຂອງຜະລິດຕະພັນໄມ້ ສະບັບເລກທີ 1415/ອຄ.ຫຕ, ລົງວັນທີ 28 ສິງຫາ 2008;
— ອີງຕາມແຈ້ງການວ່າດ້ວຍການອອກໃບອະນຸຍາດນຳເຂົ້າ-ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ສະບັບເລກທີ 1904/ອຄ.ກກສ, ລົງວັນທີ 30 ກັນຍາ 2011.
ເພື່ອຫຼຸດຜ່ອນຂັ້ນຕອນທີ່ຫຍຸ້ງຍາກໃນການກວດສອບເອກະສານປະກອບການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຈາກງານວາງສະແດງສິນຄ້າ, ເພື່ອອຳນວຍຄວາມສະດວກໃນການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ, ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງອອກຄຳແນະນຳດັ່ງນີ້:
ຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຈາກງານວາງສະແດງສິນຄ້າຕ່າງໆ ທີ່ຈັດຂຶ້ນພາຍໃນ ສປປ ລາວ ແລະ ໄດ້ຮັບອະນຸຍາດໃຫ້ຈັດໄດ້ຢ່າງຖືກຕ້ອງຕາມກົດໝາຍ ທີ່ຈະສົ່ງອອກໄປຕ່າງປະເທດ, ຕ້ອງປະຕິບັດຕາມເງື່ອນໄຂ ແລະ ຂັ້ນຕອນດັ່ງນີ້:
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ