ຄຳສັ່ງແນະນຳຂອງເຈົ້າແຂວງ ວ່າດ້ວຍການເພີ່ມທະວີການສ້າງຂະບວນການຮັກສາຄວາມສະອາດຈົບງາມໃນທົ່ວແຂວງ
省长关于加强在全省开展保持清洁美观运动的指示
Directive of the Governor on Strengthening the Cleanliness and Beauty Campaign Province-Wide
ບົດສະຫຼຸບ
ເຈົ້າແຂວງຜົ້ງສາລີອອກຄຳສັ່ງຊີ້ນຳໃຫ້ສັງຄົມມີຄວາມຮັບຮູ້ເປັນເອກະພາບ ແລະ ຮ່ວມກັນດຳເນີນການອະນາໄມສິ່ງແວດລ້ອມ ແລະ ຮັກສາຄວາມສະອາດງາມຕາ, ກຳນົດສະຖານທີ່, ເນື້ອໃນກິດຈະກຳ, ການແບ່ງຄວາມຮັບຜິດຊອບ, ເວລາດຳເນີນການຮ່ວມກັນ ແລະ ວິທີການຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ 1
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ແຂວງຜົ້ງສາລີ. ເຈົ້າແຂວງ. ເລກທີ 00/ຜສ. ຜົ້ງສາລີ, ວັນທີ ເດືອນ ຕຸລາ ປີ 2011. ຄຳສັ່ງຂອງເຈົ້າແຂວງ ວ່າດ້ວຍການເພີ່ມທະວີການເຄື່ອນໄຫວຮັກສາຄວາມສະອາດ ແລະ ງາມຕາໃນທົ່ວແຂວງ. ເຖິງ: ບັນດາພະແນກການ, ອົງການທຽບເທົ່າ, ເຈົ້າເມືອງ ແລະ ອົງການຈັດຕັ້ງສັງຄົມພາຍໃນແຂວງ. ເລື່ອງ: ສ້າງຂະບວນການຮ່ວມກັນໃນສັງຄົມ ເພື່ອດຳເນີນການອະນາໄມສິ່ງແວດລ້ອມ ແລະ ຮັກສາຄວາມສະອາດງາມຕາ. ໃນໄລຍະຜ່ານມາ, ບັນດາອົງການຈັດຕັ້ງ ແລະ ອຳນາດການປົກຄອງທຸກຂັ້ນ ລ້ວນແຕ່ໄດ້ມານະພະຍາຍາມນຳພາການເຄື່ອນໄຫວຮັກສາຄວາມສະອາດງາມຕາໃນຂົງເຂດຄວາມຮັບຜິດຊອບຂອງຕົນ, ໂດຍສົມທົບກັບການເຄື່ອນໄຫວສ້າງກົມກອງພັກເຂັ້ມແຂງ, ການນຳພາແບບຮອບດ້ານ ແລະ ການເຄື່ອນໄຫວສ້າງບ້ານພັດທະນາ, ລະດົມກຳລັງແຮງຮ່ວມຂອງອົງການຈັດຕັ້ງມະຫາຊົນ ເຮັດໃຫ້ກົມກອງ, ໜ່ວຍງານ, ສະຖານທີ່ສາທາລະນະ, ບ້ານ ແລະ ກຸ່ມບ້ານ ມີຜົນສຳເລັດທີ່ສະອາດງາມຕາໃນລະດັບໜຶ່ງ. ແຕ່ກໍຍັງສັງເກດເຫັນວ່າ: ກົມກອງ, ໜ່ວຍງານ, ສະຖານທີ່ເຮັດວຽກ, ໂຮງຮຽນ, ສະຖານທີ່ສາທາລະນະຕ່າງໆ, ກຸ່ມບ້ານ ແລະ ບ້ານຕ່າງໆ ສ່ວນຫຼາຍຍັງເປັນເລື່ອງເສຍຫາຍ, ເປື້ອນເປິ, ເຮັດໃຫ້ສັງຄົມ ແລະ ແຂກຜູ້ມາຢ້ຽມຢາມຮູ້ສຶກເບື່ອໜ່າຍ; ພ້ອມດຽວກັນນັ້ນ, ກໍເປັນສາເຫດທີ່ເຮັດໃຫ້ເກີດການແຜ່ລະບາດຂອງພະຍາດຕ່າງໆ ເຊັ່ນ: ໄຂ້ຍຸງ, ຖອກທ້ອງ, ຜື່ນຄັນ, ອະຫິວາ, ຕາແດງ, ໄຂ້ທົ່ວໄປ, ວັນນະໂລກ ແລະ ອື່ນໆ, ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມໂດຍລວມ, ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະບັນດາເຜົ່າ. ເຖິງຢ່າງໃດກໍຕາມ, ອົງການຈັດຕັ້ງພັກ, ອົງການຈັດຕັ້ງລັດ, ອົງການຈັດຕັ້ງສັງຄົມ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຍັງບໍ່ທັນໄດ້ມີການລິເລີ່ມດ້ວຍວິທີການ ແລະ ມາດຕະການໃນການດຳເນີນການຮັກສາຄວາມສະອາດງາມຕາຢ່າງຕັ້ງໜ້າ. ສະນັ້ນ, ເພື່ອໃຫ້ສັງຄົມທັງໝົດມີຄວາມຮັບຮູ້, ມີເອກະພາບໃນການດຳເນີນການອະນາໄມສິ່ງແວດລ້ອມ ແລະ ຮັກສາຄວາມສະອາດງາມຕາ, ໃຫ້ກາຍເປັນໜ້າທີ່ຂອງປະຊາຊົນທຸກຄົນ, ເປັນຂະບວນການຮ່ວມກັນຂອງສັງຄົມ, ເພື່ອເຮັດໃຫ້ແຂວງຜົ້ງສາລີທັງໝົດສະອາດງາມຕາ, ເຈົ້າແຂວງຈຶ່ງອອກຄຳສັ່ງດັ່ງນີ້:
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ