ຄຳສັ່ງ ຂອງເຈົ້າແຂວງ ວ່າດ້ວຍການຫ້າມປຸກກ້ວຍໃສ່ດິນນາ

省长关于禁止在稻田种植香蕉的命令

Order of the Governor on Prohibiting Banana Cultivation in Paddy Fields

ບົດສະຫຼຸບ

ເຈົ້າແຂວງຫຼວງນ້ຳທາອອກຄຳສັ່ງຫ້າມປູກກ້ວຍໃນນາທົ່ວທຸກເມືອງໃນແຂວງຢ່າງເດັດຂາດ, ພ້ອມທັງກຳນົດລະບຽບການກ່ຽວກັບການປູກທີ່ໄດ້ປູກແລ້ວ, ກຳລັງປູກ, ການສົ່ງອອກກ້ວຍ, ການເສຍພາສີ ແລະ ການຟື້ນຟູດິນຫຼັງໝົດສັນຍາ ເພື່ອປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງປະຊາຊົນ ແລະ ຄຸ້ມຄອງການນຳໃຊ້ທີ່ດິນໃຫ້ຖືກຕ້ອງ.

ມາດຕາ

ມາດຕາ 1

ຫ້າມຢ່າງເດັດຂາດ ການປູກກ້ວຍ ໃນນາປູກເຂົ້າ ຂອງທຸກເມືອງ ໃນແຂວງຫຼວງນ້ຳທາ.

ມາດຕາ 2

ສຳລັບດິນທີ່ໄດ້ປູກແລ້ວ, ກຳຊັບໃຫ້ເຈົ້າເມືອງແຕ່ລະເມືອງ ແຕ່ງຕັ້ງພະນັກງານວິຊາການຂອງຕົນລົງພື້ນທີ່ ເພື່ອເຊັນສັນຍາຢ່າງລະອຽດ ແລະ ເຂັ້ມງວດ ກັບເຈົ້າຂອງທີ່ດິນແຕ່ລະຄອບຄົວ ແລະ ຜູ້ປູກກ້ວຍທີ່ມາເຊົ່າ ຫຼື ຮັບເໝົາທີ່ດິນປູກກ້ວຍ ໂດຍກຳນົດໄລຍະເວລາ 3 ປີ ນັບແຕ່ປີ 2014 ຫາ 2017. ໃນນັ້ນ, ຜູ້ປູກກ້ວຍຕ້ອງວາງເງິນຄ້ຳປະກັນຈຳນວນ 20 ລ້ານກີບຕໍ່ເຮັກຕາ ໄວ້ທີ່ທະນາຄານພາຍໃນເມືອງ ເພື່ອເປັນທຶນສຳລັບການຟື້ນຟູ ແລະ ປັບປຸງດິນ ແລະ ສິ່ງແວດລ້ອມໃຫ້ກັບຄືນສູ່ສະພາບເດີມ ເມື່ອສັນຍາສິ້ນສຸດ. ຖ້າຜູ້ປູກກ້ວຍໄດ້ທຳລາຍລະບົບຊົນລະປະທານ, ຕ້ອງວາງເງິນຄ້ຳປະກັນເພີ່ມເຕີມສຳລັບການຟື້ນຟູລະບົບຊົນລະປະທານ ໂດຍຈຳນວນເງິນຈະຖືກກຳນົດຕາມການວັດແທກ ແລະ ຄຳນວນຕົວຈິງຂອງພະນັກງານວິຊາການ.

ມາດຕາ 3

ສຳລັບດິນທີ່ຍັງບໍ່ທັນໄດ້ປູກ ຫຼື ກຳລັງກະກຽມປູກ ໃຫ້ຢຸດການປູກກ້ວຍຢ່າງສິ້ນເຊີງ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ