ຄຳສັ່ງ ວ່າດ້ວຍການເພີ່ມທະວີເອົາໃຈໃສ່ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຫວັດສັດປີກ ສາຍພັນ H5N1, H7N9 ແລະ ພະຍາດສັດຕາມລະດູການ

关于加强对禽流感(H5N1、H7N9毒株)及季节性动物疫病疫情的监测、防控工作的命令

Order on Strengthening Surveillance and Control of Avian Influenza (H5N1, H7N9 Strains) and Seasonal Animal Diseases

ບົດສະຫຼຸບ

ເຈົ້າແຂວງຫຼວງນໍ້າທາ ອອກຄຳສັ່ງ ໃຫ້ບັນດາເມືອງ ແລະ ພາກສ່ວນກ່ຽວຂ້ອງ ເພີ່ມທະວີການຕິດຕາມ, ປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຫວັດນົກ ແລະ ພະຍາດລະບາດຕາມລະດູການໃນສັດ, ຄຸ້ມຄອງການຂົນສົ່ງ, ກວດກາ ແລະ ກວດສອບຂ້າມແດນສັດ ແລະ ຜະລິດຕະພັນສັດ ໃຫ້ຖືກຕ້ອງ, ລະດົມທົ່ວສັງຄົມ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ.

ມາດຕາ

ມາດຕາ 1

ກຳຊັບໃຫ້ເຈົ້າແຂວງທັງ 5 ແຂວງ ແລະ ຄະນະກຳມະການຄວບຄຸມພະຍາດຕິດຕໍ່ຂັ້ນແຂວງ ແລະ ຂັ້ນເມືອງ, ສອງກອງບັນຊາການຊາຍແດນ/ຕຳຫຼວດ, ບັນດາກົມ, ອົງການລັດຖະບານ ແລະ ອົງການເອກະຊົນ ໃຫ້ເອົາໃຈໃສ່ນຳພາ, ຊີ້ນຳທຸກພາກສ່ວນພາຍໃນຂອງຕົນ ແລະ ອົງການປົກຄອງບ້ານ ເພື່ອລະດົມປະຊາຊົນໃນແຕ່ລະບ້ານ ແລະ ທຸກຊັ້ນຄົນໃນສັງຄົມ ໃຫ້ມີສ່ວນຮ່ວມໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດຕິດຕໍ່ລະຫວ່າງສັດ ແລະ ຈາກສັດສູ່ຄົນ ເຊັ່ນ: ໄຂ້ຫວັດສັດປີກ, ພະຍາດຕະກຸນແອນຕຣາກ, ພະຍາດບ້າໝາ, ພະຍາດຕີນເປື່ອຍປາກເປື່ອຍ, ພະຍາດບຣູເຊລາ ແລະ ພະຍາດຕັບອັກເສບ ເປັນຕົ້ນ.

ມາດຕາ 2

ກະຕຸກຊຸກຍູ້, ຮຽກຮ້ອງໃຫ້ປະຊາຊົນທົ່ວໄປ, ຊາວກະສິກອນຜູ້ລ້ຽງສັດ, ຜູ້ປະກອບການຊື້ຂາຍສັດ, ຜູ້ຂາຍຊີ້ນ, ບໍລິສັດຕ່າງໆ, ຮ້ານຂາຍອາຫານສັດ ແລະ ຢາສັດ, ເຈົ້າຂອງຟາມລ້ຽງສັດປະເພດຕ່າງໆ, ໃຫ້ເອົາໃຈໃສ່ ໃນການຕິດຕາມເບິ່ງແຍງສຸຂະພາບສັດຢ່າງສະໝໍ່າສະເໝີ, ສັງເກດອາການເຈັບປ່ວຍຂອງສັດ, ຕິດຕາມແຫຼ່ງທີ່ມາຂອງສັດພັນ ແລະ ຜະລິດຕະພັນສັດ ທີ່ເຂົ້າມາຊື້ຂາຍ ໃນເຂດບ້ານ ແລະ ໃນຂອບເຂດການລ້ຽງຂອງຕົນ.

ມາດຕາ 3

ໃນກໍລະນີພົບເຫັນສັດປີກເຈັບປ່ວຍ ຫຼື ຕາຍໂດຍບໍ່ຮູ້ສາເຫດ, ຫຼື ຕາຍເປັນຈຳນວນຫຼາຍໃນໄລຍະເວລາໃກ້ຄຽງກັນ, ເຈົ້າຂອງສັດຕ້ອງລາຍງານໃຫ້ສັດຕະວະແພດປະຈຳບ້ານ ຫຼື ນາຍບ້ານຮັບຊາບໂດຍດ່ວນ ເພື່ອໃຫ້ສາມາດລາຍງານຕໍ່ຂັ້ນເມືອງ ແລະ ພາກສ່ວນກະສິກຳ ເພື່ອມາຕິດຕາມກວດກາຂອບເຂດຕົວຈິງຂອງການລະບາດ; ພ້ອມດຽວກັນນີ້, ຫ້າມຢ່າງເດັດຂາດນຳສັດທີ່ຕາຍ ຫຼື ເຈັບປ່ວຍໄປບໍລິໂພກ, ຈຳໜ່າຍ ຫຼື ເຄື່ອນຍ້າຍຊື້ຂາຍ, ຫ້າມຖິ້ມລົງໃນຮ່ອງ, ຄອງ, ໜອງ, ແມ່ນ້ຳຕ່າງໆ, ແຕ່ໃຫ້ຝັງ ຫຼື ເຜົາສັດທີ່ຕາຍນັ້ນໂດຍດ່ວນ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ