ຄຳສັ່ງແນະນຳ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການທຍໍ້ທໍ້ໃນສັງຄົມທົ່ວແຂວງ ຊຽງຂວາງ

关于加强制止和整治川圹省全省社会消极现象工作的指导命令

Directive on Strengthening the Prevention and Suppression of Negative Social Phenomena in Xieng Khouang Province

ບົດສະຫຼຸບ

ເຈົ້າແຂວງຊຽງຂວາງອອກຄຳສັ່ງຊີ້ນຳໂດຍອີງໃສ່ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 27/ນຍ ແລະ ຜົນກອງປະຊຸມການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ໃນທົ່ວແຂວງ, ມອບໃຫ້ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນຮັບຜິດຊອບແກ້ໄຂປະກົດການຫຍໍ້ທໍ້ 13 ປະເພດ, ຮຽກຮ້ອງໃຫ້ຮ່ວມມືກັນຮັບຜິດຊອບ ແລະ ແກ້ໄຂເທື່ອລະກ້າວ.

ມາດຕາ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ແຂວງຊຽງຂວາງ. ຫ້ອງການລັດຖະບານແຂວງ ເລກທີ 05/ຫລບຊ ຊຽງຂວາງ. ຊຽງຂວາງ, ວັນທີ 17 ກຸມພາ 2012. ຄຳສັ່ງຊີ້ນຳ. ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມທົ່ວແຂວງຊຽງຂວາງ. ເຖິງ: ທ່ານເຈົ້າເມືອງທຸກເມືອງ, ບັນດາກົມ-ກົມກອງ, ກອງບັນຊາການທະຫານ-ກອງບັນຊາການຕຳຫຼວດແຂວງ, ບັນດາໜ່ວຍທະຫານປະຈຳການ, ບັນດາອົງການຈັດຕັ້ງຂອງລັດ ແລະ ເອກະຊົນທົ່ວແຂວງຊຽງຂວາງ. ເລື່ອງ: ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນກອງປະຊຸມຕ້ານປະກົດການຫຍໍ້ທໍ້ທົ່ວແຂວງ ຄັ້ງທີ 1 ວັນທີ 7 ທັນວາ 2011. — ອີງຕາມຄຳສັ່ງເລກທີ 27/ນຍ, ລົງວັນທີ 5 ຕຸລາ 2011, ຂອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; — ອີງຕາມເນື້ອໃນຈິດໃຈຂອງກອງປະຊຸມສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ທົ່ວແຂວງ ຄັ້ງທີ 1 ວັນທີ 7 ທັນວາ 2011 ທີ່ຫ້ອງປະຊຸມຫ້ອງການລັດຖະບານແຂວງຊຽງຂວາງ. ຜ່ານການດຳເນີນກອງປະຊຸມສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ທົ່ວແຂວງ ຄັ້ງທີ 1 ນີ້, ພວກເຮົາສາມາດສັງລວມໄດ້ບັນດາກໍລະນີປະກົດການຫຍໍ້ທໍ້ 13 ປະເພດ ທີ່ເຄີຍເກີດຂຶ້ນ ແລະ ຕ້ອງໄດ້ຮ່ວມກັນແກ້ໄຂໃນປັດຈຸບັນຢູ່ແຂວງຊຽງຂວາງ. ເພື່ອເຮັດໃຫ້ເນື້ອໃນກອງປະຊຸມດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ເຮັດໃຫ້ບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນເລື້ອຍໆໃນສັງຄົມໄດ້ຮັບການແກ້ໄຂຢ່າງຖືກຕ້ອງ ແລະ ໄດ້ຮັບຜົນ, ເພື່ອຮັບປະກັນສະຖຽນລະພາບທາງການເມືອງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມທົ່ວແຂວງ, ໃຫ້ໝັ້ນຄົງເຂັ້ມແຂງ, ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມປະສົບຜົນສຳເລັດ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້. ເຈົ້າແຂວງຊຽງຂວາງ ຈຶ່ງອອກຄຳສັ່ງຊີ້ນຳ ມອບຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ ເພື່ອຈັດຕັ້ງປະຕິບັດ ແລະ ແກ້ໄຂແຕ່ລະກໍລະນີດັ່ງນີ້:

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 16 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ