ຄຳສັ່ງ ຂອງ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ວ່າດ້ວຍ ການຫ້າມຫັກເງິນຄຳປະກັນເງິນກູ້ ຂອງສະຖາບັນການເງິນຈຸລະພາກ ແລະ ການຮັບເງິນຝາກ ຂອງສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ

老挝人民民主共和国银行行长关于禁止小额信贷机构扣留贷款保证金及关于不吸收存款类小额信贷机构吸收存款问题的命令

Order of the Governor of the Bank of the Lao PDR on Prohibiting Microfinance Institutions from Withholding Loan Guarantees and on Deposit-Taking by Non-Deposit-Taking Microfinance Institutions

ບົດສະຫຼຸບ

ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ອອກຄຳສັ່ງຫ້າມສະຖາບັນການເງິນຈຸລະພາກທີ່ຮັບຝາກ ແລະ ບໍ່ຮັບຝາກ ຫັກເງິນຄ້ຳປະກັນເງິນກູ້ຂອງລູກຄ້າ, ແລະ ຫ້າມສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກ ຮັບຝາກເງິນຈາກລູກຄ້າທົ່ວໄປ, ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງລູກຄ້າ ແລະ ຄຸ້ມຄອງການດຳເນີນງານໃຫ້ຖືກຕ້ອງ.

ມາດຕາ

ມາດຕາ 1

ຫ້າມສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນ ຫັກລົບເງິນຄ້ຳປະກັນເງິນກູ້ຂອງລູກຄ້າ.

ມາດຕາ 2

ຫ້າມສະຖາບັນການເງິນຈຸນລະພາກທີ່ບໍ່ຮັບຝາກເງິນ ຮັບຝາກເງິນຈາກລູກຄ້າທົ່ວໄປ. ແຕ່ຍົກເວັ້ນສະຖາບັນການເງິນຈຸນລະພາກທີ່ບໍ່ຮັບຝາກເງິນ ທີ່ປ່ຽນແປງມາຈາກກອງທຶນຊ່ວຍເຫຼືອ ຫຼື ໂຄງການຊ່ວຍເຫຼືອ ເພື່ອນຳໃຊ້ໃນການຄຸ້ມຄອງທຶນຊ່ວຍເຫຼືອຂອງທະນາຄານບ້ານ ຫຼື ກອງທຶນບ້ານ ເຊິ່ງອະນຸຍາດໃຫ້ນຳໃຊ້ລະບົບບັນຊີເຊື່ອມໂຍງ.

ມາດຕາ 3

ສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນ ຖ້າຝ່າຝືນຄຳສັ່ງນີ້ ແລະ ເຮັດໃຫ້ເກີດຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຊາດ, ຜົນປະໂຫຍດຂອງສັງຄົມ ຫຼື ສິດທິອັນຊອບທຳຂອງພົນລະເມືອງ ຈະຖືກດຳເນີນມາດຕະການຕາມຄວາມໜັກເບົາຂອງກໍລະນີ ເຊັ່ນ: ການຕັກເຕືອນ, ການສຶກສາອົບຮົມ, ການປັບໃໝ ແລະ ການດຳເນີນຄະດີຕາມກົດໝາຍ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ