ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ

反人口贩卖法

Law on Anti-Human Trafficking

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການພື້ນຖານ ແລະ ມາດຕະການກ່ຽວກັບການຕ້ານການຄ້າມະນຸດ, ເພື່ອແນໃສ່ປ້ອງກັນ ແລະ ຕ້ານການກະທຳຄ້າມະນຸດ, ປົກປ້ອງສິດຂອງຜູ້ເຄາະຮ້າຍ. ກົດໝາຍສະບັບນີ້ໃຊ້ບັງຄັບກັບກິດຈະກຳທີ່ເກີດຂຶ້ນຢູ່ ສປປ ລາວ, ກຳນົດຢ່າງຈະແຈ້ງຫ້າມການຄ້າມະນຸດໃນທຸກຮູບແບບ, ແລະ ສ້າງຕັ້ງພາລະບົດບາດ ແລະ ກົນໄກການຮ່ວມມືຂອງອົງການທີ່ກ່ຽວຂ້ອງ, ເພື່ອສົ່ງເສີມຄວາມປອດໄພ ແລະ ຄວາມຍຸຕິທຳໃນສັງຄົມ.

ມາດຕາ

ມາດຕາ 1

ມາດຕາ 1 ຈຸດປະສົງ
ກົດໝາຍນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການຕິດຕາມ, ການກຳກັບ ແລະ ການກວດກາກິດຈະການຕ້ານການຄ້າມະນຸດ ເພື່ອໃຫ້ກິດຈະການຕ່າງໆ ມີລະບົບ ແລະ ມີປະສິດທິພາບ ເພື່ອປົກປ້ອງສິດ, ຜົນປະໂຫຍດ, ຊີວິດ, ສຸຂະພາບ, ກຽດສັກສີ, ເສລີພາບ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ຂອງພົນລະເມືອງ ໂດຍມີຈຸດປະສົງເພື່ອຮັກສາຄວາມໝັ້ນຄົງທາງສັງຄົມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປະກອບສ່ວນເຂົ້າໃນການພັດທະນາ ແລະ ປ້ອງກັນປະເທດຊາດ.

ມາດຕາ 2

ມາດຕາ 2 ການຄ້າມະນຸດ
ການຄ້າມະນຸດ ໝາຍເຖິງ: ການຮັບສະໝັກ, ການລັກພາຕົວ, ການເຄື່ອນຍ້າຍ, ການຂົນສົ່ງ ຫຼື ການໂອນຍ້າຍ, ການຊ່ອນເຊື່ອງ ຫຼື ການຮັບເອົາບຸກຄົນ ໂດຍຜ່ານການຊັກຊວນ, ການແນະນຳ, ການຫຼອກລວງ, ການຈ່າຍເງິນ ຫຼື ການໃຫ້ຜົນປະໂຫຍດ, ການລໍ້ລວງ, ການຍຸຍົງ ຫຼື ການໃຊ້ອຳນາດໃນທາງທີ່ຜິດ, ການໃຊ້ໄພຂົ່ມຂູ່ ຫຼື ການບັງຄັບໃນຮູບແບບອື່ນໆ, ການເປັນໜີ້ສິນດ້ວຍການບັງຄັບໃຊ້ແຮງງານ, ການປິດບັງການຮັບລ້ຽງ, ການປິດບັງການໝັ້ນ, ການປິດບັງການແຕ່ງງານ, ການຕັ້ງທ້ອງແທນຜູ້ອື່ນ, ການບັງຄັບໃຫ້ຂໍທານ, ການຜະລິດ, ການສະແດງ ແລະ ການເຜີຍແຜ່ວັດຖຸລາມົກ ຫຼື ໃນຮູບແບບອື່ນໆ ເພື່ອການຂູດຮີດແຮງງານ, ການຂູດຮີດທາງເພດ, ການເປັນທາດ, ການຄ້າປະເວນີ, ການຖືກບັງຄັບໃຫ້ຄ້າປະເວນີ, ການຕັດເອົາອະໄວຍະວະເພື່ອການຄ້າ ແລະ ການກະທຳທີ່ຜິດກົດໝາຍໃນຮູບແບບອື່ນໆ ທີ່ຂັດກັບຮີດຄອງປະເພນີອັນດີງາມຂອງຊາດ ຫຼື ເພື່ອຈຸດປະສົງອື່ນໆ ໃນການຫາຜົນປະໂຫຍດ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 91 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ