ດຳລັດ ວ່າດ້ວຍ ການກຳນົດເຂດປ່າຜະລິດ ຈຳນວນ 14 ເຂດ ໃນ 5 ແຂວງ

关于划定5个省份共14片生产林区的法令

Decree on Delineation of 14 Production Forest Areas in 5 Provinces

ບົດສະຫຼຸບ

ດຳລັດນີ້ອະນຸມັດການກຳນົດເຂດປ່າໄມ້ຜະລິດແຫ່ງຊາດ 14 ເຂດ ໃນ 5 ແຂວງ ຄື: ຜົ້ງສາລີ, ຫຼວງນ້ຳທາ, ຫຼວງພະບາງ, ຈຳປາສັກ ແລະ ເຊກອງ, ແລະ ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ນຳພາຮ່ວມກັບອຳນາດການປົກຄອງທ້ອງຖິ່ນ ດຳເນີນການສຳຫຼວດ, ວາງແຜນ ແລະ ຄຸ້ມຄອງແບບຍືນຍົງ.

ມາດຕາ

ມາດຕາ 1

ຮັບຮອງເອົາເຂດປ່າຜະລິດ ຈຳນວນ 14 ເຂດ ໃນ 5 ແຂວງ ຄື: ແຂວງຜົງສາລີ, ຫຼວງນ້ຳທາ, ຫຼວງພະບາງ, ຈຳປາສັກ ແລະ ແຂວງເຊກອງ ກຳນົດເປັນເຂດປ່າຜະລິດແຫ່ງຊາດ, ລະອຽດມີດັ່ງນີ້ (ລດ. ຊື່ປ່າຜະລິດ, ເນື້ອທີ່ (ຮຕ), ແຂວງ): 1. ນ້ຳບູນ 49.234, ຜົງສາລີ; 2. ນາສ້ບານ-ປາລານ 109.339, ຜົງສາລີ; 3. ພູແລັດ-ລ້ອງມູນ 20.150, ຫຼວງນ້ຳທາ; 4. ນາຟ້າ 24.649, ຫຼວງນ້ຳທາ; 5. ສາຍນະຄານ 64.043, ຫຼວງພະບາງ; 6. ພູຫຼວງໃຕ້ 83.017, ຫຼວງພະບາງ; 7. ໜອງຕະໂງກ 58.000, ຈຳປາສັກ; 8. ຫ້ວຍເປັນ 89.532, ເຊກອງ; 9. ປອງ 16.990, ເຊກອງ; 10. ດາກຈາງ 38.461, ເຊກອງ; 11. ພູກະເຕີມ 21.338, ເຊກອງ; 12. ຊຽງຫຼວງ 5.396, ເຊກອງ; 13. ນ້ຳແດ 11.760, ເຊກອງ; 14. ດາກມອງ 5.021, ເຊກອງ. ເນື້ອທີ່ລວມ: 596.937 ຮຕ.

ມາດຕາ 2

ມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົາການ ປະສານສົມທົບກັບອົງການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງດຳເນີນການສຳຫຼວດ, ວາງແຜນຈັດສັນ ແລະ ຄຸ້ມຄອງ ແບບຍືນຍົງໃຫ້ໄດ້ຮັບຜົນ.

ມາດຕາ 3

: ບັນດາກະຊວງ, ອົງການທຽບເທົາ, ແຂວງ, ນະຄອນທລວງວຽງຈຸນ ແລະ ພາກສວນກ ກຽວຂ້ອງ ອື່ນໆຈົງຮັບຮູ້, ໃຫ້ຄວາມຮ່ວມມື ແລະ ພ້ອມກັນຈັດຕັ້ງປະຕິບ້ດດຳລັດ ມ %ດ ນນ ຜາ .າ ເ, , ສະບັບນີ ໂທ້ໄດ້ຮັບຜົນເປັນຢ່າງດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 4 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ