ຄຳແນະນຳ ກ່ຽວກັບການກວດກາເອກະສານຢັ້ງຢືນການສຶກສາ, ປະກາສະນີຍະບັດ ແລະ ວຸດທິການສຶກສາ ໃນຂອບເຂດທົ່ວປະເທດ
关于在全国范围内核查学历证明文件、毕业证书及学位的指导意见
Guidance on Nationwide Verification of Academic Credentials, Diplomas, and Degrees
ບົດສະຫຼຸບ
ກະຊວງສຶກສາທິການ ແລະ ກິລາ ອອກຄຳແນະນຳກ່ຽວກັບການກວດສອບຄວາມຖືກຕ້ອງຂອງໃບຢັ້ງຢືນການສຶກສາ, ໃບປະກາດສະນີຍະບັດ ແລະ ເອກະສານປະລິນຍາໃນທົ່ວປະເທດ, ເພື່ອສະກັດກັ້ນ ແລະ ດຳເນີນຄະດີຕໍ່ການປອມແປງເອກະສານການສຶກສາ. ເອກະສານດັ່ງກ່າວກຳນົດໜ້າທີ່ຂອງອົງການປົກຄອງ ແລະ ສະຖາບັນການສຶກສາໃນການກວດສອບເມື່ອຮັບພະນັກງານ ແລະ ນັກສຶກສາ, ການກວດສອບຍ້ອນຫຼັງ, ການລົງໂທດການລະເມີດ ແລະ ການຈັດສັນໜ້າທີ່ຮັບຜິດຊອບ.
ມາດຕາ
ມາດຕາ 1
ບັນດາອົງການຈັດຕັ້ງພັກທຸກຂັ້ນ, ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ລວມທັງໜ່ວຍງານລັດຖະກິດ ແລະ ເອກະຊົນ, ເມື່ອມີຄວາມປະສົງຈະຮັບສະໝັກພະນັກງານໃໝ່ເຂົ້າມາໃນໜ່ວຍງານຂອງຕົນ, ຕ້ອງກວດສອບຄວາມຖືກຕ້ອງຂອງເອກະສານຫຼັກຖານການສຶກສາຢ່າງເຂັ້ມງວດ ເຊັ່ນ: ໃບປະກາດສະນີຍະບັດມັດທະຍົມສຶກສາ ແລະ ໃບປະກາດສະນີຍະບັດວິຊາຊີບຕ່າງໆ (ປະລິນຍາຕີຂັ້ນກາງ), ເພື່ອປ້ອງກັນບໍ່ໃຫ້ບຸກຄົນບໍ່ດີນຳໃຊ້ເອກະສານປອມດັ່ງກ່າວເຂົ້າມາປະປົນໃນໜ່ວຍງານ.
ມາດຕາ 2
ສະຖາບັນການສຶກສາທຸກຂັ້ນ, ທຸກປະເພດ, ລວມທັງພາກລັດ ແລະ ເອກະຊົນ, ເມື່ອຮັບນັກຮຽນເຂົ້າຮຽນໃນສະຖາບັນຂອງຕົນ, ຕ້ອງກວດສອບຄວາມຖືກຕ້ອງຂອງເອກະສານຫຼັກຖານວຸດທິການສຶກສາຕາມທີ່ກ່າວໄວ້ໃນມາດຕາ 1 ຂ້າງເທິງຢ່າງເຂັ້ມງວດ, ເພື່ອຮັບປະກັນບໍ່ໃຫ້ນັກຮຽນໃຊ້ເອກະສານປອມເຂົ້າຮຽນໃນສະຖາບັນຂອງຕົນ.
ມາດຕາ 3
ນັບແຕ່ໄດ້ເລີ່ມຈັດຕັ້ງປະຕິບັດການປະຕິຮູບລະບົບການສຶກສາແຫ່ງຊາດມາ, ປະກົດການປອມແປງໃບປະກາດສະນີຍະບັດການສຶກສາ ແລະ ໃບປະກາດສະນີຍະບັດຈົບຊັ້ນຕ່າງໆ ມີເປັນຈຳນວນຫຼາຍ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ບັນດາອົງການຈັດຕັ້ງພັກທຸກຂັ້ນ, ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ລວມທັງໜ່ວຍງານລັດຖະກິດ ແລະ ເອກະຊົນ, ດຳເນີນການກວດສອບຄືນຕໍ່ບຸກຄະລາກອນທີ່ເຂົ້າມາໃນໜ່ວຍງານຕັ້ງແຕ່ປີ 2006 ເປັນຕົ້ນມາ; ຖ້າພົບກໍລະນີທີ່ໜ້າສົງໄສ, ໃຫ້ຕິດຕໍ່ກັບກົມກວດກາ ກະຊວງສຶກສາທິການ ແລະ ກິລາ, ບັນດາກົມວິຊາການທີ່ກ່ຽວຂ້ອງ, ຕະຫຼອດຮອດໂຮງຮຽນ ຫຼື ສະຖາບັນການສຶກສາທີ່ບຸກຄົນນັ້ນສັງກັດ ເພື່ອກວດສອບຄວາມຖືກຕ້ອງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ