ກົດໝາຍວ່າດ້ວຍ ການລົງທຶນຂອງລັດ (ສະບັບປັບປຸງ)
国家投资法(修订版)
State Investment Law (Amended)
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການພື້ນຖານຂອງການລົງທຶນຂອງລັດ, ກົນໄກການຄຸ້ມຄອງ ແລະ ມາດຕະການສົ່ງເສີມການລົງທຶນ, ໃຊ້ກັບກິດຈະກຳການລົງທຶນໃນຂົງເຂດລັດຖະບານ, ຫົວໜ່ວຍຂອງລັດ ແລະ ການຮ່ວມມືພາກລັດ-ເອກະຊົນ. ເນື້ອໃນຂອງມັນກວມເອົາຂັ້ນຕອນການອະນຸມັດໂຄງການລົງທຶນ, ການຄຸ້ມຄອງສິດຜົນປະໂຫຍດຂອງການລົງທຶນ, ການຈັດສັນ ແລະ ຕິດຕາມກວດກາທຶນລົງທຶນຂອງລັດ, ພ້ອມທັງການແບ່ງໜ້າທີ່ຄວາມຮັບຜິດຊອບຂອງພາກສ່ວນທີ່ກ່ຽວຂ້ອງ, ເພື່ອແນໃສ່ເພີ່ມປະສິດທິພາບການລົງທຶນ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ.
ມາດຕາ
ມາດຕາ 1
ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການສ້າງ, ການພິຈາລະ
ນາຮັບຮອງ, ການຈັດຕັ້ງປະຕິບັດ, ການດຸ້ມຄອງ ແລະ ການຕິດຕາມ, ກວດກາການລົງທຶນຂອງລັດ ເພື່ອໃຫ້ການ
ລົງທຶນຂອງລັດດຳເນີນໄປຢ່າງຖືກຕ້ອງ, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ, ນະໂຍບາຍ ແລະ ແຜນພັດ
ທະນາເສດຖະກິດ-ສັງຄົມແຫ່ງຊາດ ແນໃສ່ຮັບປະກັນໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ມີຄວາມໂປ່ງໃສ,
ເສດຖະກິດມະຫາພາກມີສະຖຽນລະພາບ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ທຸກພາກສ່ວນເສດຖະກິດ
ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ, ປະກອບສ່ວນເຂົ້າ
ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດຍືນຍົງ.
ມາດຕາ 2
ມາດຕາ 2 (ປັບປຸງ) ການລົງທຶນຂອງລັດ
ການລົງທຶນຂອງລັດ ແມ່ນ ການນຳໃຊ້ງົບປະມານແຫ່ງລັດ, ຊັບພະຍາກອນທຳມະຊາດ, ຊັບສິນ, ລິຂະ
ສິດຂອງລັດ ແລະ ທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາ ທີ່ຜ່ານລະບົບງົບປະມານເຂົ້າໃສ່ໂຄງການກໍ່ສ້າງ
ພື້ນຖານໂຄງລ່າງທີ່ຮັບໃຊ້ສາທາລະນະປະໂຫຍດ. ສະໜອງອຸປະກອນ ແລະ ສົ່ງເສີມວິຊາການ ເພືອຈັດຕັ້ງປະຕິ
ປັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 105 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ