部长协议——关于确定各类发展彩票批发价格

ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການກຳນົດລາຄາຂາຍຍົກໃບທວຍພັດທະນາທຸກປະເພດ

Ministerial Agreement on Determining Wholesale Prices for Various Development Lotteries

简介

本协议由财政部长颁布,规定发展彩票各类彩券的批发价格,按各省经济发展水平和每期承销金额档次设定相应的批发费率,并废止此前相关协议,在全国统一施行。 【OCR识别·机器翻译,未经律师终审,以官方PDF为准】

Summary

This agreement, promulgated by the Minister of Finance, stipulates the wholesale prices for various types of development lottery tickets, setting corresponding wholesale rates based on each province's economic development level and the underwriting amount per period, and repeals previous relevant agreements, to be uniformly implemented nationwide.

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ອອກໂດຍລັດຖະມົນຕີກະຊວງການເງິນ, ກຳນົດລາຄາສົ່ງຂອງບັດສະລາກອນປະເພດຕ່າງໆ, ກຳນົດອັດຕາຄ່າສົ່ງຕາມລະດັບການພັດທະນາເສດຖະກິດຂອງແຕ່ລະແຂວງ ແລະ ມູນຄ່າການຮັບປະກັນຕໍ່ງວດ, ແລະ ຍົກເລີກຂໍ້ຕົກລົງທີ່ກ່ຽວຂ້ອງກ່ອນໜ້ານີ້, ນຳໃຊ້ເປັນເອກະພາບທົ່ວປະເທດ.

条文

第1条

序言
老挝人民民主共和国
和平 独立 民主 统一 繁荣
- 011ໃຕ້ 1! !
财政部 第087/ກງ号
部长决定 万象,2003年5月11日
关于确定各类发展彩票批发价格。
- 根据部长会议第947/ປສລ号决议,1982年12月14日,关于发展彩票的印刷和销售。
- 根据总理第127/ນຍ号法令,2000年10月3日,关于财政部的组织和运作。
- 根据第1842/ກາ号指令,2000年11月28日,关于将发展彩票业务纳入国家、省和县直接管理。
- 根据第一次全国发展彩票会议纪要,2002年12月24-25日。
- 根据发展彩票国有企业董事会第四次会议,2003年5月2日。
- 根据发展彩票国有企业第173/ທພນ号提案,2003年4月29日。
财政部长决定:

ພາສາລາວ (老挝语原文)

ບົດນຳ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
- 011ໃຕ້ 1! !
ກະຊວງການເງິນ ເລກທີ 087/ກງ
ຂໍ້ຕົກລົງຂອງລັດຖະມົນຕີ ວຽງຈັນ, ວັນທີ 11/05/2003
ວ່າດ້ວຍການກຳນົດລາຄາຂາຍຍົກໃບທວຍພັດທະນາທຸກປະເພດ.
- ອີງຕາມມະຕິຕົກລົງຂອງສະພາລັດຖະມົນຕີສະບັບເລກທີ 947/ປສລ, ລົງວັນທີ 14/12/1982 ກ່ຽວກັບການພິມຈຳໜ່າຍໃບທວຍພັດທະນາ.
- ອີງຕາມດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 127/ນຍ, ລົງວັນທີ 03/10/2000 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ.
- ອີງຕາມຄຳສັ່ງແນະນຳສະບັບເລກທີ 1842/ກາ, ລົງວັນທີ 28/11/2000 ເລື່ອງໃຫ້ທັນເອົາການທຸລະກິດທວຍພັດທະນາມາຂຶ້ນກັບການຄຸ້ມຄອງໂດຍກົງຂອງລັດ, ຂັ້ນແຂວງ ແລະ ເມືອງ.
- ອີງຕາມບົດບັນທຶກຂອງກອງປະຊຸມທວຍພັດທະນາຄັ້ງທີ 1 ທົ່ວປະເທດ ລົງວັນທີ 24-25/12/2002.
- ອີງຕາມກອງປະຊຸມສະພາບໍລິຫານ ລັດວິສາຫະກິດ ທວຍພັດທະນາ ຄັ້ງທີ 4 ລົງວັນທີ 02/5/2003.
- ອີງຕາມການສະເໜີຂອງລັດວິສາຫະກິດ ທວຍພັດທະນາ ສະບັບເລກທີ 173/ທພນ, ລົງວັນທີ 29/4/2003.
ລັດຖະມົນຕີວ່າການກະຊວງການເງິນຕົກລົງ:

第2条

第1条 同意发展彩票国有企业向各销售分支机构批发各类发展彩票,按以下承包费率根据每期接收销售价值分级:
1.1 经济正在发展的省份:赛宋奔特别区、丰沙里省、华潘省、琅南塔省、乌多姆赛省、川圹省、波乔省、沙耶武里省、波里坎赛省、色贡省和阿速坡省。
级别 每期接收销售价值 承包费率
1 01至500,000,000基普 5.0%
2 500,000,001至1,000,000,000基普 2.8%
3 1,000,000,001基普以上 2.6%
1.2 经济发展良好的省份:万象首都、沙湾拿吉省、占巴塞省、沙拉湾省、琅勃拉邦省、万象省和甘蒙省。
级别 每期接收销售价值 承包费率
1 01至500,000,000基普 3.2%
2 500,000,001至1,000,000,000基普 3.0%
3 1,000,000,001基普以上 2.8%

ພາສາລາວ (老挝语原文)

ຂໍ້ 1. ເຫັນດີໃຫ້ລັດວິສາຫະກິດ ທວຍພັດທະນາຂາຍຍົກໃບທວຍພັດທະນາທຸກປະເພດໃຫ້ສາຂາຈຳໜ່າຍໃນລະດັບມູນຄ່າຮັບໄປຈຳໜ່າຍຕໍ່ງວດຕາມອັດຕາຮັບເໝົາດັ່ງນີ້:
1.1 ແຂວງທີ່ມີເສດຖະກິດພວມຂະຫຍາຍຕົວ: ເຂດພິເສດໄຊສົມບູນ, ແຂວງຜົ້ງສາລີ, ແຂວງຫົວພັນ, ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງບໍ່ແກ້ວ, ແຂວງໄຊຍະບູລີ, ແຂວງບໍລິຄຳໄຊ, ແຂວງເຊກອງ ແລະ ແຂວງອັດຕະປື.
ຂັ້ນ ລະດັບມູນຄ່າຮັບໄປຈຳໜ່າຍຕໍ່ງວດ ອັດຕາຮັບເໝົາ
1 ແຕ່ 01 ຫາ 500.000.000 ກີບ 5.0%
2 ແຕ່ 500.000.001 ຫາ 1.000.000.000 ກີບ 2.8%
3 ແຕ່ 1.000.000.001 ກີບຂຶ້ນໄປ 2.6%
1.2 ແຂວງທີ່ມີເສດຖະກິດຂະຫຍາຍຕົວດີ: ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ, ແຂວງສາລະວັນ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ແຂວງຄຳມ່ວນ.
ຂັ້ນ ລະດັບມູນຄ່າຮັບໄປຈຳໜ່າຍຕໍ່ງວດ ອັດຕາຮັບເໝົາ
1 ແຕ່ 01 ຫາ 500.000.000 ກີບ 3.2%
2 ແຕ່ 500.000.001 ຫາ 1.000.000.000 ກີບ 3.0%
3 ແຕ່ 1.000.000.001 ກີບຂຶ້ນໄປ 2.8%

第3条

第2条 发展彩票国有企业应与各销售分支机构、各省、首都和特别区财政部门直接签订合同,并指导及共同严格执行。

ພາສາລາວ (老挝语原文)

ຂໍ້ 2. ໃຫ້ລັດວິສາຫະກິດ ທວຍພັດທະນາເຮັດສັນຍາໂດຍກົງກັບສາຂາຈຳໜ່າຍ, ພະແນກການເງິນປະຈຳແຂວງ, ນະຄອນຫຼວງ ແລະ ເຂດພິເສດ ຊີ້ນຳ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເຂັ້ມງວດ.

第4条

第3条 本决定取代第1801/ກາ号决定(2001年11月5日)关于尾号和开发票2位至9位,第2280/ກາ.ທກ号决定(2002年10月1日)关于撕票型04位彩票,第2206/ກາ.ທກ号决定(2002年9月18日)关于记票型2位至3位,并自签字之日起在全国统一生效。

ພາສາລາວ (老挝语原文)

ຂໍ້ 3. ຂໍ້ຕົກລົງສະບັບນີ້ໃຊ້ແທນ ຂໍ້ຕົກລົງສະບັບເລກທີ 1801/ກາ, ລົງວັນທີ 05/11/2001 ສຳລັບເລກທ້າຍ ແລະ ເລກສະຫຼາກພັດທະນາ 2 ໂຕ ຫາ 9 ໂຕ, ຂໍ້ຕົກລົງສະບັບເລກທີ 2280/ກາ.ທກ, ລົງວັນທີ 01/10/2002 ສຳລັບໃບທວຍເລກ 04 ໂຕ ແບບຈີກຂາຍ, ຂໍ້ຕົກລົງສະບັບເລກທີ 2206/ກາ.ທກ, ລົງວັນທີ 18/09/2002 ສຳລັບເລກ 2 ໂຕ ຫາ 3 ໂຕ ແບບຈົດຂາຍ ແລະ ມີຜົນສັກສິດນຳໃຊ້ເປັນເອກະພາບໃນທົ່ວປະເທດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译