ກົດໝາຍ ວ່າດ້ວຍແຂ່ງຂັນທາງທຸລະກິດ
商业竞争法
Business Competition Law
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການພື້ນຖານຂອງການດຳເນີນທຸລະກິດການແຂ່ງຂັນ, ເພື່ອແນໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງການແຂ່ງຂັນທີ່ຍຸດຕິທຳໃນຕະຫຼາດ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ປະກອບການ ແລະ ຜູ້ບໍລິໂພກ. ກົດໝາຍສະບັບນີ້ໃຊ້ບັງຄັບກັບທຸກຫົວໜ່ວຍທຸລະກິດທີ່ດຳເນີນການຜະລິດ, ຈຳໜ່າຍ ຫຼື ໃຫ້ບໍລິການຢູ່ພາຍໃນ ສປປ ລາວ, ຫ້າມຢ່າງຊັດເຈນຕໍ່ການກະທຳທີ່ຈຳກັດການແຂ່ງຂັນ, ການໃຊ້ອຳນາດຄອງຕະຫຼາດໃນທາງທີ່ບໍ່ຖືກຕ້ອງ ແລະ ວິທີການແຂ່ງຂັນທີ່ບໍ່ຍຸດຕິທຳ, ພ້ອມທັງກຳນົດໜ້າທີ່ຄຸ້ມຄອງກວດກາທີ່ກ່ຽວຂ້ອງ ແລະ ຄວາມຮັບຜິດຊອບທາງກົດໝາຍ.
ມາດຕາ
ມາດຕາ 1
ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ ແລະ ຕິດຕາມການແຂ່ງຂັນໃນກິດຈະການທຸລະກິດ ເພື່ອໃຫ້ການແຂ່ງຂັນດັ່ງກ່າວ ເປັນໄປຢ່າງຖືກຕ້ອງຕາມກົດໝາຍ, ຍຸຕິທຳ, ໂປ່ງໃສ, ຍືດຫຍຸ່ນ ແລະ ສະເໝີພາບ ແລະ ເພື່ອປ້ອງກັນ ແລະ ສະກັດກັ້ນການແຂ່ງຂັນທີ່ບໍ່ເປັນທຳ ແລະ ການຈຳກັດການແຂ່ງຂັນທາງທຸລະກິດ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ຜູ້ປະກອບການ ແລະ ຜູ້ບໍລິໂພກ ອັນຈະນຳໄປສູ່ການເຊື່ອມໂຍງພາກພື້ນ ແລະ ສາກົນ ຕະຫຼອດຮອດການຂະຫຍາຍ ແລະ ຄວາມຍືນຍົງຂອງການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ມາດຕາ 2
ມາດຕາ 2 ການແຂ່ງຂັນ
ການແຂ່ງຂັນ ໝາຍເຖິງ ການແຂ່ງຂັນກັນລະຫວ່າງຜູ້ປະກອບການທີ່ມີລັກສະນະດຽວກັນ ໃນການດຳເນີນກິດຈະການ ທາງດ້ານຄຸນນະພາບ, ປະລິມານ, ລາຄາ ແລະ ດ້ານອື່ນໆ ເພື່ອບັນລຸເປົ້າໝາຍທາງທຸລະກິດຂອງຕົນ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 95 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ