ຄຳແນະນຳ ການຈັດຕັ້ງປະຕິບັດ ດຳລັດ 343/ນຍ ວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດ ຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ

关于贯彻执行第343/总理府号法令《对在民主民族革命事业中作出贡献和功绩者实施政策》的指导意见

Guidelines on Implementing Decree No. 343/PM on Policies for Those Who Have Contributed and Rendered Meritorious Service in the Democratic National Revolution

ບົດສະຫຼຸບ

ຄຳແນະນຳສະບັບເລກທີ 2842/ລສສ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ວັນທີ 8 ສິງຫາ 2008) ກ່ຽວກັບການຈັດຕັ້ງປະຕິບັດດຳລັດເລກທີ 343/ນຍ, ກຳນົດຜູ້ມີສິດໄດ້ຮັບນະໂຍບາຍ, ສິດນຳໃຊ້ທີ່ດິນ ແລະ ເຮືອນ, ການຄິດໄລ່ໂກຕ້າລົດ, ການກຳນົດຄວາມພິການ ແລະ ເງິນຊ່ວຍເຫຼືອ, ເງິນຊ່ວຍເຫຼືອເທື່ອດຽວ ແລະ ເງິນບຳນານ, ເອກະສານຍື່ນຂໍ, ລະດັບການຈັດຕັ້ງປະຕິບັດ, ແຫຼ່ງທຶນ ແລະ ມາດຕະການຈັດຕັ້ງປະຕິບັດ ເປັນຕົ້ນ.

ມາດຕາ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເລກທີ 2842/ກສສ, ນະຄອນຫຼວງວຽງຈັນ, ວັນທີ 8 ສິງຫາ 2008. ຄຳແນະນຳ: ການຈັດຕັ້ງປະຕິບັດດຳລັດເລກທີ 343/ຫ້ອງວ່າການນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດປະຊາທິປະໄຕ ແຫ່ງຊາດ. — ອີງຕາມດຳລັດເລກທີ 343/ຫ້ອງວ່າການນາຍົກລັດຖະມົນຕີ ລົງວັນທີ 25 ກັນຍາ 2007 ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດປະຊາທິປະໄຕ ແຫ່ງຊາດ; — ເພື່ອໃຫ້ມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເອກະພາບໃນທົ່ວປະເທດ ກ່ຽວກັບເນື້ອໃນ ແລະ ວິທີການຈັດຕັ້ງປະຕິບັດດຳລັດສະບັບນີ້ ເພື່ອໃຫ້ບັນລຸຜົນສຳເລັດອັນດີ, ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງອອກຄຳແນະນຳດັ່ງນີ້:

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 10 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ