ຄຳສັ່ງ ຂອງ ລັດຖະມົນຕີ ວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ວ່າດ້ວຍ ການຄຸ້ມຄອງ ແລະ ນຳໃຊ້ ຂີ້ເຈຍ ຢູ່ພາຍໃນປະເທດ
农林部部长关于在国内管理和使用蝙蝠粪(洞穴肥料「ຂີ້ເຈຍ」)的命令
Order of the Minister of Agriculture and Forestry on Management and Use of Bat Guano (Cave Fertilizer "ຂີ້ເຈຍ") Domestically
ບົດສະຫຼຸບ
ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງຫ້າມສົ່ງອອກຂີ້ເຈຍແບບຜິດກົດໝາຍ, ຮຽກຮ້ອງໃຫ້ສະຫງວນໄວ້ເປັນວັດຖຸດິບອິນຊີ ສຳລັບການຜະລິດກະສິກຳ ແລະ ປຸ໋ຍຊີວະພາບພາຍໃນປະເທດ, ພ້ອມທັງມອບໃຫ້ຂະແໜງກະສິກຳ ແລະ ປ່າໄມ້ຂັ້ນແຂວງ, ນະຄອນຫຼວງ ແລະ ເຂດພິເສດ ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ໂຄສະນາເຜີຍແຜ່, ຕິດຕາມກວດກາ ເພື່ອປັບປຸງດິນ ແລະ ຊຸກຍູ້ກະສິກຳສະອາດ.
ມາດຕາ
ມາດຕາ 1
ໃຫ້ສືບຕໍ່ປະຕິບັດຕາມຄຳສັ່ງຂອງລັດຖະມົນຕີ ສະບັບເລກທີ 2058/ກສ.99, ລົງວັນທີ 20 ທັນວາ 1999 ວ່າດ້ວຍການຫ້າມຂຸດຄົ້ນຂີ້ເຈຍ ເພື່ອສົ່ງອອກຈຳໜ່າຍຕ່າງປະເທດ.
ມາດຕາ 2
ອົງການຈັດຕັ້ງຂອງລັດ, ລວມທັງຫົວໜ່ວຍເອກະຊົນ ແລະ ວິສາຫະກິດຂອງລັດ, ຫ້າມສົ່ງອອກຂີ້ເຈຍໄປຕ່າງປະເທດ. ທຸກທ້ອງຖິ່ນ, ຂະແໜງການ, ຫົວໜ່ວຍທຸລະກິດທຸກປະເພດ ທີ່ມີການຂຸດຄົ້ນຂີ້ເຈຍເພື່ອສົ່ງອອກຕ່າງປະເທດ, ໃຫ້ຢຸດເຊົາທັນທີ ນັບແຕ່ໄດ້ຮັບຄຳສັ່ງນີ້; ສຳລັບຂີ້ເຈຍທີ່ຂຸດຄົ້ນແລ້ວ ແລະ ເກັບມ້ຽນໄວ້, ໃຫ້ນຳໄປໃຊ້ປະໂຫຍດໃນການບໍລິການກະສິກຳພາຍໃນປະເທດ.
ມາດຕາ 3
ໃຫ້ສົ່ງເສີມຊາວກະສິກອນຢ່າງກວ້າງຂວາງ ໃຫ້ນຳໃຊ້ຂີ້ເຈຍ ເຂົ້າໃນການປະຕິບັດ, ຊຸກຍູ້ເຕັກນິກກະສິກຳແບບສຸມ ທີ່ມີລະດັບສູງ, ຕາມແນວທາງກະສິກຳສະອາດ ທີ່ພັກໄດ້ກຳນົດ ເພື່ອເພີ່ມຜົນຜະລິດດ້ານການປູກຝັງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ