ຄຳສັງ ຂອງ ລັດຖະມົນຕີ ວ່າການກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍ ການກວດກາ ແລະ ຄຸ້ມຄອງ ຄຸນນະພາບອາຫານສັດ

农林部部长关于动物饲料质量检查与管理的命令

Order of the Minister of Agriculture and Forestry on Inspection and Management of Animal Feed Quality

ບົດສະຫຼຸບ

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ໄດ້ອອກຄຳສັ່ງກ່ຽວກັບການກວດກາ ແລະ ຄຸ້ມຄອງຄຸນນະພາບອາຫານສັດ, ຮຽກຮ້ອງໃຫ້ພະແນກກະສິກຳ ແລະ ປ່າໄມ້ທຸກຂັ້ນ ແລະ ຜູ້ຜະລິດ, ປຸງແຕ່ງ, ຈຳໜ່າຍ, ນຳເຂົ້າ-ສົ່ງອອກອາຫານສັດ ຮັບຜິດຊອບຕໍ່ຄຸນນະພາບອາຫານສັດ, ດຳເນີນການກວດກາ, ທົດສອບ ແລະ ຮັບຮອງຕາມມາດຕະຖານຄຸນນະພາບທີ່ກຳນົດໄວ້, ຜູ້ລະເມີດຈະຖືກຕັກເຕືອນ, ປັບໃໝ ຫຼື ລົງໂທດຕາມກົດໝາຍ.

ມາດຕາ

ມາດຕາ 1

ມອບໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ເຂດພິເສດ ຊີ້ນຳຂະແໜງລ້ຽງສັດ ແລະ ປະມົງ, ຮ່ວມກັບຂະແໜງການທ້ອງຖິ່ນທີ່ກ່ຽວຂ້ອງ ຈັດການເຜີຍແຜ່, ສົ່ງເສີມ ແລະ ຝຶກອົບຮົມສຶກສາ ເພື່ອໃຫ້ຜູ້ປະກອບການ ທີ່ດຳເນີນທຸລະກິດ ການຜະລິດ, ການຈຳໜ່າຍ, ການສົ່ງອອກ-ນຳເຂົ້າ ແລະ ການນຳເຂົ້າຜະລິດຕະພັນອາຫານສັດຈາກຕ່າງປະເທດ ຕ້ອງມີຄວາມຮັບຜິດຊອບ ແລະ ຮັບປະກັນຄຸນນະພາບຂອງຜະລິດຕະພັນອາຫານສັດ ໃຫ້ເປັນໄປຕາມຂໍ້ກຳນົດ ຂອງຄູ່ມືມາດຕະຖານຄຸນນະພາບອາຫານສັດ ແລະ ສູດອາຫານສັດ ທີ່ໄດ້ກຳນົດໄວ້.

ມາດຕາ 2

ມອບໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ຕິດຕາມກວດກາ ແລະ ເກັບຕົວຢ່າງ ຜະລິດຕະພັນອາຫານສັດ ທີ່ຜະລິດ, ປຸງແຕ່ງ, ສົ່ງອອກ ແລະ ນຳເຂົ້າຈາກຕ່າງປະເທດ ສົ່ງໃຫ້ ສະຖາບັນກວດກາອາຫານສັດ ຂອງກົມລ້ຽງສັດ ແລະ ການປະມົງ ເພື່ອກວດຄຸນນະພາບ, ເພື່ອກວດສອບ ແລະ ຢືນຢັນວ່າ ເປັນໄປຕາມມາດຕະຖານຄຸນນະພາບອາຫານສັດ ທີ່ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອະນຸມັດ ແລະ ປະກາດໃຊ້ແລ້ວ.

ມາດຕາ 3

ຜູ້ປະກອບການທີ່ດຳເນີນທຸລະກິດຜະລິດ, ປຸງແຕ່ງ, ຈຳໜ່າຍ, ນຳເຂົ້າ ແລະ ສົ່ງອອກ ແລະ ນຳເຂົ້າຜະລິດຕະພັນອາຫານສັດຈາກຕ່າງປະເທດ ຕ້ອງອຳນວຍຄວາມສະດວກໃຫ້ແກ່ພະນັກງານກວດກາທີ່ລົງກວດກາສະຖານທີ່ ແລະ ສະໜອງເອກະສານ ແລະ ຕົວຢ່າງຜະລິດຕະພັນອາຫານສັດທີ່ກ່ຽວຂ້ອງ, ພ້ອມທັງຊຳລະຄ່າບໍລິການກວດກາ ແລະ ວິເຄາະຄຸນນະພາບຜະລິດຕະພັນອາຫານສັດຕາມລະຫວ່າງການຜະລິດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ