ຄຳສັ່ງ ຂອງລັດຖະມົນຕີ ກ່ຽວກັບການຊຸກຍູ້ການຜະລິດກະສິກຳເປັນສິນຄ້າສົ່ງອອກສາທາລະນະລັດປະຊາຊົນຈີນ

部长令 关于推动农业生产成为对中华人民共和国出口商品的命令

Ministerial Order on Promoting Agricultural Production as Exports to the People's Republic of China

ບົດສະຫຼຸບ

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄຳສັ່ງກ່ຽວກັບການຊຸກຍູ້ການຜະລິດ, ການຄຸ້ມຄອງ, ການໂຄສະນາ, ການກວດກາ ແລະ ກັກກັນ ແລະ ການຈັດຕັ້ງປະຕິບັດ ສຳລັບຜະລິດຕະພັນກະສິກຳທີ່ສົ່ງອອກໄປຈີນ. ຄຳສັ່ງນີ້ ແມ່ນສຳລັບບັນດາກົມ, ແຂວງ ແລະ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ.

ມາດຕາ

ມາດຕາ 1

ມອບໃຫ້ກົມປູກຝັງ ແລະ ຂະແໜງກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ຊີ້ນຳຂະແໜງປູກຝັງ ໃຫ້ຄຸ້ມຄອງວຽກງານການຜະລິດພືດເປັນສິນຄ້າ ແລະ ຂະບວນການຜະລິດ ພາຍໃນແຂວງ ຕາມເຕັກນິກ ແລະ ລະບຽບການ; ຮວບຮວມບັນຊີລາຍຊື່ວິສາຫະກິດ ແລະ ບໍລິສັດ ທີ່ດຳເນີນກິດຈະກຳກະສິກຳ ແລະ ປ່າໄມ້; ຈົດທະບຽນການຜະລິດພືດ, ຜູ້ປູກ, ຜູ້ເກັບກ່ຽວ, ຜູ້ປຸງແຕ່ງເບື້ອງຕົ້ນ, ລວມທັງວິທີການ ແລະ ເຄື່ອງມືທີ່ໃຊ້ໃນການປຸງແຕ່ງ (ການປອກເປືອກ, ການສີ, ການອົບແຫ້ງ, ການຈັດປະເພດ, ການຄັດເລືອກ ແລະ ອື່ນໆ), ຕະຫຼອດຮອດການຂົນສົ່ງ ແລະ ການເກັບຮັກສາສິນຄ້າພືດ ເພື່ອກະກຽມເງື່ອນໄຂ ດ້ານປະລິມານ ແລະ ຄຸນນະພາບ ສຳລັບການສົ່ງອອກຜະລິດຕະພັນກະສິກຳ ໄປຍັງຕະຫຼາດຈີນ, ເຊິ່ງຕົ້ນຕໍແມ່ນ: ສາລີ, ກ້ວຍ, ມັນຕົ້ນ, ມັນຝະລັ່ງ, ເຂົ້າ, ພືດນ້ຳມັນ ແລະ ພືດອື່ນໆ ທີ່ທັງສອງຝ່າຍ ພວມສຶກສາສະເໜີ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ