ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການຄຸ້ມຄອງກິດຈະການຟາມລ້ຽງສັດ ໃນ ສປປ ລາວ
部长决定 关于老挝人民民主共和国畜牧养殖场经营活动的管理
Ministerial Decision on Management of Livestock Farming Operations in the Lao PDR
ບົດສະຫຼຸບ
ຄຳສັ່ງສະບັບນີ້ອອກໂດຍລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ກຳນົດຫຼັກການ, ລະບຽບການ ແລະ ມາດຕະຖານດ້ານເຕັກນິກສຳລັບການສ້າງຕັ້ງ, ການຄຸ້ມຄອງ ແລະ ການກວດກາຟາມລ້ຽງສັດທຸກຂະໜາດ, ເພື່ອຮັບປະກັນການດຳເນີນທຸລະກິດລ້ຽງສັດໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ, ສະໜອງຜະລິດຕະພັນສັດທີ່ປອດໄພ ແລະ ມີຄຸນນະພາບ ແລະ ປົກປ້ອງສິ່ງແວດລ້ອມ.
ມາດຕາ
ມາດຕາ 1
ຂ່່ ການຈັດການດ້ານອາຫານສັດ ການຈັດການດ້ານອາຫານສັດ ຕ້ອງປະຕິບັດຕາມມາດຕະຖານ ດັງນີ້: 1. ອາຫານສຳເລັດຮູບ ຕ້ອງຊື້ຈາກໂຮງງານ ຫລືຜູ້ປະກອບການຂາຍອາຫານສັດ ທີໄດ້ຮັບອະນຸຍາດ, ກໍລະນີປະສົມອາຫານສັດໃຊ້ເອງ ຕ້ອງຊື່ອາຫານເຂັ້ມຂຸ້ນທີ່ມີດູນຄ່າທາງດ້ານອາຫານ, ວິຕາມີນ ແລະ ແຮທາດຄົບຖ້ວນ ຈາກໂຮງງານ ຫລືຜູ້ປະກອບການຂາຍອາຫານສັດທີ່ໄດ້ຮັບອະນຸຍາດ ຖືກຕ້ອງ ຕາມລະບຽບກົດໝາຍ໌ ແລະສຸດອາຫານປະສົມ ຕ້ອງມີຄຸນະພາບມາດຕະຖານຕາມທີ່ກຳນົດໄວ້ໃນ ປຶມຄູ່ມືມາດຕະຖານດູນນະພາບອາຫານສັດ ແລະສຸດອາຫານສັດ ເລກທີ 0380/ກປ2001, ລົງວັນ ທີ 14 ພຶດສະພາ 2001: 2. ການຂົນສົ່ງອາຫານສັດ ຕ້ອງຂົນສິ່ງດ້ວຍຍານພາຫະນະທີ່ສະອາດ, ແຫ້ງ ແລະຂົນສົ່ງຕາມເສັ້ນທາງ ທີກຳນົດໄວ້; 3. ມີສາງເກັບອາຫານສັດ ແຍກໄວ້ຕ່າງຫາກ ແລະຫ້ອງເກັບອາຫານສັດ ຕ້ອງສາມາດຮັກສາຄຸນນະພາບ ຂອງອາຫານສັດໃຫ້ຢູ່ໃນສະພາບເດີມ, ສາງຕ້ອງສະອາດ, ແຫ້ງ ແລະສາມາດປ້ອງກັນແມງໄມ້ ແລະ ພາຫະນຳເຊື້ອຕ່າງໆ, ມີຖານຮອງພື້ນເພື່ອໃຫ້ອາກາດຖ່າຍເທໄດ້ສະດວກ ຖ້າຮັກສາວັດຖຸດີບທີ່ເປັນວິ ຕາມີນ ແລະແຮ່ທາດຕ່າງໆ ເພືອນຳໃຊ້ປະສົມອາຫານສັດ ໃຫ້ເກັບມ້ຽນໃນຫ້ອງປັບອາກາດ, ຖ້າພົບ ເ ອາຫານສັດຕົກເຮັຍຢູ່ໃນສາງ ຕ້ອງອະນາໄມທຳຄວາມສະອາດ ໂດຍທັນທີ; 4. ຖົງບັນຈຸອາຫານສັດ ຕ້ອງແຫ້ງ, ສະອາດ, ກັນຄວາມຊຸ່ມໄດ້, ບໍ່ມີສານປົນເປືອນ ຫລືສານເດືອບອື່ນ ຫລືວັດຖຸມິພິດ, ປຸ໋ຍ ຫລືວັດຖຸອືນທີ່ເປັນອັນຕະລາຍຕໍ່ສັດ, ບໍ່ມີສານຕົກຄ້າງຂອງວັດຖຸປົນເປື້ອນ ທ ເຮັດໃຫ້ອາຫານສັດເຊື່ອມຄຸນນະພາບ; 5. ກໍລະນີ ທີ່ບັນຈຸອາຫານສັດໃນສາງໃສ່ໂລ ຕ້ອງມີການທຳຄວວາມສະອາດໃນຖັງໃສ່ໂລທຸກຄັ້ງກ່ອນ ນ້າເຮົາອາຫານຊູດໃຫ່ມາໃສ່; 5. ຕ້ອງມີການກວດກາຄູນະພາບອາຫານສັດ ຢ່າງເປັນປົກກະຕິ ໂດຍການສຸ່ມເອົາຕົວຢ່າງອາຫານສັດສົ່ງ ເຂົ້າຫ້ອງວິໄຈອາຫານສັດ ທີ່ສາມາດເຊື່ອຖືໄດ້ ເພື່ອກວດກາວິເຄາະຄຸນນະພາບອາຫານສັດຢ່າງເປັນ ປະຈຳ, ຈົດບັນທືກ ແລະຕົວຢ່າງນັ້ນ ຕ້ອງເກັບຮັກສາໄວ້ຢ່າງຫ້ອຍ 2 ປີ ເພື່ອສາມາດກວດກາຄືນໄດ້: 7. ຫລິກລ້ຽງການນໍຳເອົາອາຫານຈາກຟາມຫຼຶງໄປລ້ຽງສັດອີກຟາມໜຶ່ງ ແຕ່ຖ້າຫາກຈຳເປັນ ກໍຕ້ອງມີການ ຮັປປະກັນຄວບດຸມບໍ່ໃຫ້ເກີດຄວາມສ່ຽງການປົນເປືອນຈາກຟາມຫຶ່ງໄປອີກຟາມໜຶ່ງ: ອ. ອາຫານທີ່ໃຊ້ລ້ຽງສັດ ຕ້ອງມີຄຸນນະພາບ ແລະ ໃຫ້ສັດກິນແຕ່ລະລຸ້ນອາຍຸ ຢ່າງເຫາະສົມ; 9. ຕ້ອງຫລືກເວັ່ນການນຳໃຊ້ຢາຕ້ານເຊື້ອ ປະສົມໃສ່ອາຫານສັດທີ່ມືຈຸດປະສົງໃຫ້ເປັນສານກະຕຸ້ນການ ຈະເລີນເຕີບໂຕຂອງສັດ ທີບໍ່ໄດ້ມີການປະເມີນຄວາມສ່ຽງດ້ານຄວາມປອດໄພຕໍ່ສຸຂະພາບຂອງສັດ . 9. ນັກວິຊາການທີ່ມີດວາມຮູ້ວິຊາຊີບລ້ຽງສັດ ຊັ້ນກາງ ຫລືຊັ້ນສູງ; 4. ຜູ້ລ້ຽງສັດທີ່ຮູ້ຈັກອ່ານພາສາລາວ ຫລື ພາສາຕ່າງປະເທດ ຕ້ອງໄດ້ຜ່ານການຝຶກອົບຮົມ ໃນການດູແລ ສັດ ເປັນຜູ້ລ້ຽງສັດຕົວຈິງ; 5. ນັກວິຊາການດ້ານອື່ນ ຕາມຄວາມຈຳເປັນ. ສຳລັບຟາມຂະຫາດກາງ ຕ້ອງມີສັດຕະວະແພດ ປະຈຳຟາມຢູ່ຟາມ ເພື່ອດູແລສຸຂະພາບສັດ ແລະສຸຂານາ ໄມພາຍໃນຟາມ. ສັດຕະວະແພດດັງກ່າວ ຕ້ອງມີໃບປະກາສະນິຍະບັດຊັ້ນສູງຂື້ນໄປ ແລະມີປະສົບການມາກ່ອນ. ສຳລັບຟາມຂະໜາດນ້ອຍ ຕ້ອງມີວິຊາການລ້ຽງສັດທີ່ມີໃບປະກາສະນິຍະບັດຊັ້ນກາງຂື້ນໄປປະຈຳຢູ່ຟາມ, ສ່ວນຜູ້ລ້ຽງສັດຕົວຈິງ ແມ່ນກຳມະກອນທີ່ໄດ້ຜ່ານການຝຶກອົບຮົມດ້ານການລ້ຽງສັດມາແລ້ວເປັນຢ່າງດີ. ບຸກຄະລາກອນທັງໜົດເຫລົານີ້ ຕ້ອງໄດ້ຮັບການກວດກາສຸຂະພາບເປັນປະຈຳ ຕາມຄວາມຈຳເປັນ. ສຳລັບການປະຕິບັດງານຂອງບຸກຄະລາກອນ ຄວນເອົາໃຈໃສ່ ປະຕິບັດຫລັກການປະຕິບັດງານທີ່ດີ ດັງນີ: 1. ເຄົາລົບກົດລະບຽບຂອງຟາມຢ່າງເຄັງຄັດ ແລະປະຕິບັດແບບບໍ່ມີກໍລະນີຍົກເອັ້ນ: 2. ຜ່ານການຝຶກຣົບຮົມກ່ຽວກັບຄວາມປອດໄພທາງຊີວະພາບ:; 3. ຜູ້ລ້ຽງສັດຢູ່ໃນໂຮງລ້ຽງສັດ ຕ້ອງບໍ່ແມ່ນຄົນດຽວກັນກັບຜູ້ຈຳຫ່າຍສັດ ຫລືນຳເອົາສັດໄປຂາຍຢູ່ຕະ ຫລາດ ຫລືເອົາໄປໂຮງຂ້າສັດ; 4. ຜູ້ລ້ຽງສັດ ຕ້ອງບໍ່ລ້ຽງສັດເປັນການສ່ວນຕົວຢູ່ເຮືອນຂອງຕົນ ຫລືໄປກ່ຽວຂ້ອງກັບສັດທີ່ຢູ່ນອກຟາມ; 5. ຖ້າເປັນໄປໄດ້ຜູ້ລ້ຽງສັດ ຄວນອາໄສຢູ່ກັບບ້ານພັກຂອງຟາມລ້ຽງສັດ; 8. ແຂກທີ່ມາຢາມຟາມ ຕ້ອງມີການບັນທຶກ ແລະພົບປະກັນຢູ່ສະຖານທີ່ທີ່ຈັດໄວ້ສະເພາະ; 7. ພະນັກງານຂັບລົດ ຕ້ອງບໍ່ເຂົ້າໄປໃນໂຮງລ້ຽງສັດ; ອ. ພະນັກງານສ້ອມແປງ ທີ່ຜ່ານການສຳພັດກັບສັດອື່ນມາແລ້ວ ກໍ່ບໍ່ຄວນເຂົ້າໄປໃນຟາມ ຍົກເວັ້ນກໍລະນີ ສຸກເສີນ; 9. ຜູ້ສັກຢາວັກຊີນ ຕ້ອງເຮັດພ້າທີ່ສັກຢາເທົ່ານັ້ນ ແລະຜູ້ຊ່ວຍຈັບສັດ ຕ້ອງເຮັດວຽກບໍລິເວນທີ່ກ່ຽວ ຂ້ອງ ທີ່ກຳລັງດຳເນີນການສັກຢາເທົ່ານັ້ນ ບໍ່ດວນເຂົ້າໄປເຂດອື່ນ ທີ່ບໍ່ກ່ຽວຂ້ອງ: 10. ນັກວິຊາການ ທີ່ຈຳເປັນໄປບໍລິການຢູ່ຫລາຍຟາມໃນມື້ດຽວກັນ ຕ້ອງຍຶດຖິຫລັກການຄວາມປອດໄພ ທາງດ້ານຊີວະພາບຢ່າງເຄັງຄັດ, ການເຂົ້າ-ອອກຟາມ໌ ຕ້ອງເລີ່ມຈາກເຂດສະອາດໄປຫາເຂດເປື້ອນ ຖ້າຈຳເປັນ ກໍສາມາດເຮັດຢູ່ເຂດເປືອນກ່ອນໄດ້ ແຕ່ຕ້ອງອາບນ້ຳໃຫ້ສະອາດ ແລະປ່ຽນຖ່າຍເຄື່ອງນຸ່ງທີ , ສະອາດໃຫ່ ຈຶ່ງເຂົ້າໄປໃນເຂດສະອາດໄດ້.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 19 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ