ດຳລັດ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ
关于禁毒控制、堵截与打击基金的法令
Decree on the Fund for Narcotics Control, Interdiction, and Suppression
ບົດສະຫຼຸບ
ດຳລັດນີ້ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການສ້າງຕັ້ງ, ການຄຸ້ມຄອງ, ການນຳໃຊ້ ແລະ ການກວດກາກອງທຶນຕ້ານຢາເສບຕິດ (ການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ) ທີ່ລັດຖະບານລາວສ້າງຕັ້ງຂຶ້ນ, ເພື່ອລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ມາໃຊ້ໃນວຽກງານຕ້ານຢາເສບຕິດ ແລະ ການປິ່ນປົວ, ຟື້ນຟູ ແລະ ຝຶກອົບຮົມອາຊີບເບື້ອງຕົ້ນໃຫ້ຜູ້ຕິດຢາເສບຕິດ. ດຳລັດໄດ້ກຳນົດແຫຼ່ງລາຍຮັບ, ການຈັດສັນ, ການນຳໃຊ້, ການຄຸ້ມຄອງບັນຊີ, ໂຄງສ້າງອົງກອນ (ຄະນະກຳມະການສູນກາງ ແລະ ຂັ້ນແຂວງ ແລະ ຫ້ອງການ), ສິດ ແລະ ໜ້າທີ່, ການກວດສອບບັນຊີ ແລະ ການມີຜົນສັກສິດ.
ມາດຕາ
ມາດຕາ 1
ຈຸດປະສົງ | ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການກ່ຽວກັບການສ້າງຕັ້ງ, ການຄຸ້ມຄອງ ບໍລິການ, ການນຳໃຊ້ ແລະ ການກວດກາການເຄື່ອນໄຫວ ຂອງກອງທຶນຄວບຄຸມ, ສະກັດກັນ ແລະ ຕ້ານຢາເສບຕິດ ເພື່ອລະດົມຂົນຂວາຍທຶນຈາກທຸກພາກສ່ວນ ໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຮັບໃຊ້ວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ລວມທັງການປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບເບື້ອງຕົ້ນ ໃຫ້ແກ່ຜູ້ຕິດຢາເສບຕິດ ແນໃສ່ເຮັດໃຫ້ສັງຄົມລາວ ປອດຈາກຢາເສບຕິດ, ປະຊາຊົນລາວ ບັນດາເຜົ່າ ມີສຸຂະພາບ ແຂງແຮງ, ປະກອບສ່ວນເປັນ ກຳລັງແຮງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ.
ມາດຕາ 2
ກອງທຶນຄວບຄຸມ, ສະກັດກັນ ແລະ ຕ້ານຢາເສບຕິດ ກອງທຶນຄວບຄຸມ, ສະກັດກັນ ແລະ ຕ້ານຢາເສບຕິດ ແມ່ນການຈັດຕັ້ງພຶງ ທີ່ລຶວຖະບານ ແຫງ ສປປ ລາວ ສ້າງຕັ້ງຂຶນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດບນາຍວາດ້ວຍຢາເສບຕິດ, ມີພາລະບົດບາດໃນການລະລົມຂົນຂວາຍທຶນ ແລະ ຄຸ້ມຄອງ ລາຍຮັບ-ລາຍຈ່າຍ ຂອງກອງທຶນ ໃທ້ ມີຄວາມໂປ່ງໃສ ແລະ ມີປະສິດທິຜົນສູງ. ກອງທຶນຄວບຄຸມ, ສະກັດກັນ ແລະ ຕ້ານຢາເສບຕິດ ຂັນສູນກາງ ຂຽນຫຍໍ້ “ ທຄສ ” ຖືກ ສ້າງຕັ້ງຂຶນຢູ່ພາຍໃຕ້ການຄຸ້ມຄອງຂອງ ຄະນະກຳມະການແຫ່ງຊາດ ເພືອກວດກາ ແລະ ຄວບຄຸມຢາ ເສບຕິດ, ສິວນຢູ່ທ້ອງຖິນ ໃທ້ສ້າງຕັ້ງກອງທົນຄວບຄຸມ, ສະກັດກັນ ແລະ ຕ້ານຢາເສບຕິດ ແຂວງ, ນະຄອນ ຂຽນທຍໍ “ ທຄສຂ ” ຢູ່ພາຍໃຕ້ການຄຸ້ມຄອງຂອງ ຄະນະກຳມະການແຫ່ງຊາດ ເພື່ອກວດກາ -: າ ເ້ ແລະ ຄວບຄຸມຢາເສບຕິດ ແຂວງ, ນະຄອນ ແລະ ເຄືອນໄຫວຕາມດຳລັດສະບັບນີ ແລະ ລະ ບຽບ ກົດບນາຍ ຂອງ ສປປ ລາວ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 24 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ