ຄຳແນະນຳ ຂອງລັດຖະມົນຕີ ກ່ຽວກັບ ການຂະຫຍາຍກະເສດສຸມ ເຮັດນາປຸກເຂົ້າດ້ວຍການນຳໃຊ້ກ້າກີບດຽວຢ່າງກວ້າງຂວາງ

部长关于广泛推广采用单株插秧法集约化种稻的指示

Directive of the Minister on Widely Promoting Intensive Rice Cultivation Using the Single-Seedling Transplanting Method

ບົດສະຫຼຸບ

ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄຳສັ່ງ ກ່ຽວກັບການສົ່ງເສີມການນຳໃຊ້ເຕັກນິກການປູກເຂົ້າແບບດຳນາດຽວ (ດຳນາດຽວ) ແບບເຂັ້ມຂຸ້ນ ທົ່ວປະເທດ ໂດຍຮຽກຮ້ອງໃຫ້ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ພະແນກກະສິກຳ ແລະ ປ່າໄມ້ ຂອງແຂວງ ແລະ ນະຄອນຫຼວງ ເພີ່ມທະວີການຈັດຝຶກອົບຮົມ, ສ້າງຕັ້ງຄະນະຊີ້ນຳ, ດຳເນີນການສາທິດ ແລະ ຂະຫຍາຍຜົນ ແລະ ລາຍງານຜົນການຈັດຕັ້ງປະຕິບັດ ເປັນໄລຍະ.

ມາດຕາ

ມາດຕາ 1

ບັນດາກົມ, ກົມກອງ, ສະຖາບັນຄົ້ນຄວ້າ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຕ້ອງເອົາໃຈໃສ່ ແລະ ເພີ່ມທະວີການຈັດຕັ້ງ ເພື່ອສົ່ງເສີມເຕັກນິກການປູກເຂົ້າແບບປັກດຳຕົ້ນດຽວແບບເຂັ້ມຂຸ້ນ ໃຫ້ແກ່ຊາວນາຢ່າງທົ່ວເຖິງ ພ້ອມທັງຈັດການຝຶກອົບຮົມ, ສຳມະນາ, ແລກປ່ຽນບົດຮຽນ ແລະ ອື່ນໆ.

ມາດຕາ 2

ໃຫ້ຈັດຕັ້ງຄະນະຊີ້ນຳສູນກາງ ເພື່ອຊີ້ນຳ, ຕິດຕາມ, ຊຸກຍູ້ ແລະ ປະເມີນຜົນວຽກງານການປູກເຂົ້າແບບປັກດຳຕົ້ນດຽວແບບເຂັ້ມຂຸ້ນ; ມອບໃຫ້ກົມປູກຝັງ, ກົມຊົນລະປະທານ ແລະ ກົມສົ່ງເສີມກະສິກຳ ເປັນແກນກາງໃນການປະສານງານຂອງຄະນະດັ່ງກ່າວ.

ມາດຕາ 3

ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຕັ້ງຄະນະຊີ້ນຳຂັ້ນແຂວງ, ນະຄອນຫຼວງ ໂດຍມອບໃຫ້ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ເປັນແກ່ນກາງ ປະສານສົມທົບກັບອົງການທີ່ກ່ຽວຂ້ອງຂອງທ້ອງຖິ່ນ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ເພື່ອສ້າງຕັ້ງຄະນະດັ່ງກ່າວ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ