部长关于推动雨季稻田管护及做好旱季生产准备工作的指示
ຄຳແນະນຳຂອງລັດຖະມົນຕີ ກ່ຽວກັບການຊຸກຍູ້ການບົວລະບັດເຂົ້ານາປີ ແລະ ການກະກຽມການຜະລິດລະດູແລ້ງ
Directive of the Minister on Promoting Paddy Field Management during the Rainy Season and Preparing for Dry Season Production
简介
农林部部长依据政府相关法令与总理指令发出指示,要求各司局、研究机构及各省、万象市农林厅推动雨季水稻田间管护、提高单产,并提前部署2010-2011年旱季生产,以弥补受灾减产损失。 【OCR识别·机器翻译,未经律师终审,以官方PDF为准】
Summary
The Minister of Agriculture and Forestry, pursuant to relevant government decrees and the Prime Minister's directives, issued instructions requiring all departments, research institutes, and provincial and Vientiane capital agriculture and forestry offices to promote rainy-season rice field management and increase per-unit yield, and to advance the deployment of the 2010-2011 dry-season production to compensate for disaster-induced losses.
ບົດສະຫຼຸບ
ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄຳສັ່ງ ໂດຍອີງໃສ່ດຳລັດ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ໃຫ້ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຂະແໜງກະສິກຳ ແລະ ປ່າໄມ້ ຂອງແຂວງ ແລະ ນະຄອນຫຼວງວຽງຈັນ ຊຸກຍູ້ການດູແລຮັກສານາປູກເຂົ້າລະດູຝົນ, ເພີ່ມຜົນຜະລິດຕໍ່ເນື້ອທີ່, ແລະ ກະກຽມການຜະລິດລະດູແລ້ງ ປີ 2010-2011 ລ່ວງໜ້າ ເພື່ອຊົດເຊີຍຄວາມເສຍຫາຍຈາກໄພພິບັດ.
条文
第1条
由种植司会同灌溉司、农林推广处委派人员,下到各省协同配合,着重推动雨季稻田的田间管护工作,尤其是在保障灌溉供水的区域,旨在提高雨季水稻的单产水平。
ພາສາລາວ (老挝语原文)
ໃຫ້ກົມປູກຝັງ ຮ່ວມກັບກົມຊົນລະປະທານ, ກົມສົ່ງເສີມກະສິກຳ ແລະ ປ່າໄມ້ ມອບພະນັກງານລົງໄປຍັງບັນດາແຂວງ ເພື່ອຮ່ວມມື ແລະ ຊຸກຍູ້ວຽກງານການດູແລຮັກສານາປີ ໂດຍສະເພາະໃນເຂດທີ່ມີການສະໜອງນ້ຳຊົນລະປະທານ ເພື່ອແນໃສ່ເພີ່ມຜົນຜະລິດຕໍ່ໜ່ວຍຂອງເຂົ້ານາປີ.
第2条
由各省及首都农林厅牵头委派人员下乡,推动并帮助民众,重点抓好以下若干紧迫事项:
— 对于未受灾害影响、生产正常进行的地方,要着重做好田间管护与防治病虫害侵害,同时抓好及时收割、捆扎稻谷与脱粒等工作。
— 对于受到旱灾及雨季洪涝影响、插秧延误、生产恢复迟缓的地方,要特别重视农作物的田间管护,加强对水稻的中耕、施肥、稻田保水(尤其在易缺水区域),并动员民众按适宜规模挖掘水塘或修筑水渠以蓄积雨水,以备应急时使用;同时要检查、维修灌溉系统,使其处于随时可用状态,以备需要时及时投入使用。
今年雨季气候异常,因此应密切关注气象变化的预警通报,以便及时做好应对可能发生灾害的准备。
ພາສາລາວ (老挝语原文)
ໃຫ້ກົມກະສິກຳ ແລະ ປ່າໄມ້ ຂອງແຂວງ ແລະ ນະຄອນຫຼວງ ເປັນຫົວໜ້ານຳພາສົ່ງພະນັກງານລົງໄປທ້ອງຖິ່ນ ເພື່ອຊຸກຍູ້ ແລະ ຊ່ວຍເຫຼືອປະຊາຊົນ ໂດຍເນັ້ນໃສ່ບາງວຽກງານຮີບດ່ວນດັ່ງນີ້:
— ສຳລັບທ້ອງຖິ່ນທີ່ບໍ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ການຜະລິດດຳເນີນໄປຕາມປົກກະຕິ, ຕ້ອງເອົາໃຈໃສ່ໃນການດູແລຮັກສາຕົ້ນໄມ້ໃນນາ ແລະ ປ້ອງກັນສັດຕູພືດ ພ້ອມທັງດຳເນີນການເກັບກ່ຽວ, ມັດຟອຍ ແລະ ນວດເຂົ້າ ໃຫ້ທັນເວລາ.
— ສຳລັບທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ແລະ ໄພນ້ຳຖ້ວມໃນລະດູຝົນ, ການປັກດຳຊ້າ ແລະ ການຟື້ນຟູການຜະລິດຊ້າ, ຕ້ອງໃຫ້ຄວາມສຳຄັນເປັນພິເສດຕໍ່ການດູແລຮັກສາຕົ້ນໄມ້ໃນນາ, ເພີ່ມທະວີການພວນດິນ, ໃສ່ຝຸ່ນ, ການຮັກສານ້ຳໃນນາ (ໂດຍສະເພາະໃນເຂດທີ່ຂາດນ້ຳ), ແລະ ລະດົມປະຊາຊົນໃຫ້ຂຸດໜອງ ຫຼື ສ້າງຄອງເພື່ອກັກເກັບນ້ຳຝົນ ຕາມຂະໜາດທີ່ເໝາະສົມ ເພື່ອໃຊ້ໃນຍາມສຸກເສີນ; ພ້ອມທັງກວດກາ ແລະ ສ້ອມແປງລະບົບຊົນລະປະທານ ໃຫ້ຢູ່ໃນສະພາບພ້ອມໃຊ້ງານຕະຫຼອດເວລາ ເພື່ອນຳໃຊ້ໄດ້ທັນທີເມື່ອມີຄວາມຕ້ອງການ.
ລະດູຝົນປີນີ້ມີສະພາບອາກາດຜິດປົກກະຕິ, ສະນັ້ນ ຄວນຕິດຕາມຂ່າວແຈ້ງເຕືອນການປ່ຽນແປງຂອງດິນຟ້າອາກາດຢ່າງໃກ້ຊິດ ເພື່ອກຽມພ້ອມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໄດ້ທັນເວລາ.
第3条
在着重抓好雨季水稻田间管护的同时,也要尽早做好2010-2011年旱季生产的准备工作。
— 由各区抗灾责任组牵头,协调配合各司、处、研究机构及各省、万象市农林厅,复核已试验并在能够提高水稻和作物单产的地方推广应用的各项技术与方法,以汇编成农业集约化推广手册,在各地灌溉区使用,旨在切实提高2010-2011年旱季稻作的单产水平。
— 由种植司、灌溉司会同地方复核并确认灌溉司已通报名单中的灌溉项目,以及保障种植水稻和作物的面积,用于本年度旱季集约化耕作,以便将本年度旱季准备工作扎实推进为一场运动。
— 由种植司牵头协调配合中央相关部门及各省、万象市农林厅,汇总农资(化肥、肥料、农药、良种等)需求,提交相关纵向、横向部门审议提供便利。
— 由各司、处、研究机构及地方指导、推动第1条与第2条所委派的人员,进一步加大力度落实技术推广、集约化农作管护、向农民全面提高产量的工作;牵头下乡收集掌握地方总体情况与潜力,以制定计划、遴选示范户或示范家庭作为村、村组的典范,组织开展培训、研讨、经验交流、跟踪、推动、技术指导等经常性工作,组织农民边学边干、就地总结管护经验,创办“农民学校”等,并使之契合地方实际条件;同时努力将上述技术纳入技术服务中心的应用范畴,以推动促进在强健村组开展集约化耕作提高产量。
ພາສາລາວ (老挝语原文)
ຄຽງຄູ່ກັບການເນັ້ນໃສ່ການດູແລຮັກສານາປີ ກໍ່ຕ້ອງກະກຽມວຽກງານການຜະລິດລະດູແລ້ງ ປີ 2010-2011 ໃຫ້ທັນການ.
— ໃຫ້ຄະນະຮັບຜິດຊອບວຽກງານປ້ອງກັນ ແລະ ແກ້ໄຂໄພພິບັດຂັ້ນເມືອງ ເປັນແກ່ນກາງ ປະສານສົມທົບກັບບັນດາກົມ, ກົມກອງ, ສະຖາບັນຄົ້ນຄວ້າ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ທົບທວນເຕັກນິກ ແລະ ວິທີການຕ່າງໆ ທີ່ໄດ້ທົດລອງ ແລະ ສາມາດນຳໃຊ້ເພື່ອເພີ່ມຜົນຜະລິດຕໍ່ໜ່ວຍຂອງເຂົ້າ ແລະ ພືດ ໃນທ້ອງຖິ່ນ ເພື່ອຮວບຮວມເປັນຄູ່ມືສົ່ງເສີມການປູກຝັງແບບເຂັ້ມຂຸ້ນ ນຳໃຊ້ໃນເຂດຊົນລະປະທານທົ່ວປະເທດ ເພື່ອແນໃສ່ເພີ່ມຜົນຜະລິດຕໍ່ໜ່ວຍຂອງເຂົ້ານາແລ້ງ ປີ 2010-2011 ຢ່າງແທ້ຈິງ.
— ໃຫ້ກົມປູກຝັງ, ກົມຊົນລະປະທານ ຮ່ວມກັບທ້ອງຖິ່ນ ທົບທວນ ແລະ ຢືນຢັນບັນດາໂຄງການຊົນລະປະທານ ຕາມບັນຊີລາຍຊື່ທີ່ກົມຊົນລະປະທານໄດ້ແຈ້ງໃຫ້ຊາບ ແລະ ເນື້ອທີ່ປູກເຂົ້າ ແລະ ພືດ ທີ່ຮັບປະກັນ ເພື່ອນຳໃຊ້ໃນການປູກຝັງແບບເຂັ້ມຂຸ້ນໃນລະດູແລ້ງປີນີ້ ເພື່ອໃຫ້ການກະກຽມລະດູແລ້ງປີນີ້ ກ້າວໄປສູ່ຂະບວນການຢ່າງແທ້ຈິງ.
— ໃຫ້ກົມປູກຝັງ ເປັນແກ່ນກາງ ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ຮວບຮວມຄວາມຕ້ອງການວັດຖຸການຜະລິດກະສິກຳ (ປຸ໋ຍ, ຝຸ່ນ, ຢາປາບສັດຕູພືດ, ແນວພັນດີ ແລະ ອື່ນໆ) ເພື່ອສະເໜີໃຫ້ບັນດາຂະແໜງການຕັ້ງ ແລະ ຂວາງ ພິຈາລະນາອຳນວຍຄວາມສະດວກ.
— ໃຫ້ບັນດາກົມ, ກົມກອງ, ສະຖາບັນຄົ້ນຄວ້າ ແລະ ທ້ອງຖິ່ນ ຊີ້ນຳ, ຊຸກຍູ້ພະນັກງານທີ່ມອບໝາຍໃນຂໍ້ 1 ແລະ ຂໍ້ 2 ໃຫ້ເພີ່ມທະວີການຈັດຕັ້ງປະຕິບັດວຽກງານສົ່ງເສີມເຕັກນິກ, ການດູແລຮັກສາການປູກຝັງແບບເຂັ້ມຂຸ້ນ, ການເພີ່ມຜົນຜະລິດໃຫ້ແກ່ຊາວນາ; ເປັນແກ່ນກາງລົງໄປຍັງທ້ອງຖິ່ນ ເພື່ອເກັບກຳຂໍ້ມູນ ແລະ ສະພາບການລວມ ແລະ ທ່າແຮງຂອງທ້ອງຖິ່ນ ເພື່ອວາງແຜນ, ຄັດເລືອກຄອບຄົວຕົວແບບ ຫຼື ຄອບຄົວເປັນແບບຢ່າງໃນບ້ານ, ກຸ່ມບ້ານ ຈັດການຝຶກອົບຮົມ, ສຳມະນາ, ແລກປ່ຽນບົດຮຽນ, ຕິດຕາມ, ຊຸກຍູ້, ແນະນຳເຕັກນິກ ເປັນປະຈຳ, ຈັດຕັ້ງໃຫ້ຊາວນາຮຽນຮູ້ໄປພ້ອມກັບການປະຕິບັດ, ສະຫຼຸບບົດຮຽນການດູແລຮັກສາຢູ່ທ້ອງຖິ່ນ, ສ້າງຕັ້ງ "ໂຮງຮຽນຊາວນາ" ແລະ ອື່ນໆ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງທ້ອງຖິ່ນ; ພ້ອມທັງພະຍາຍາມນຳເອົາເຕັກນິກດັ່ງກ່າວ ເຂົ້າໃນການນຳໃຊ້ຂອງສູນບໍລິການເຕັກນິກ ເພື່ອຊຸກຍູ້ ແລະ ສົ່ງເສີມການປູກຝັງແບບເຂັ້ມຂຸ້ນ ເພື່ອເພີ່ມຜົນຜະລິດ ໃນກຸ່ມບ້ານທີ່ເຂັ້ມແຂງ.
第4条
要求各部门共同尽早开展准备与组织实施本指示,以便着手开展自2010年雨季起及2010-2011年旱季的集约化耕作提高产量工作。各农林厅应牵头分阶段汇报本指示的落实进展;由种植司、灌溉司及推广司作为核心,负责跟踪、推动并研究解决遇到的问题,以综合落实集约化耕作提高产量的情况,并定期向部领导汇报。收割捆扎完毕后,要组织总结、评估、总结经验,从中汇总各级人员及示范农户的突出成绩,以提交上级酌情予以适当表彰,同时规划推动并将其建设为项目和优先工作计划等其他常规工作成果,以便在今后更广泛地推广。
因此,特发出本指示,作为依据,以便共同组织实施,取得良好成效。
ພາສາລາວ (老挝语原文)
ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມກັນກະກຽມ ແລະ ຈັດຕັ້ງປະຕິບັດຕາມຄຳຊີ້ນຳນີ້ໂດຍໄວ ເພື່ອເລີ່ມດຳເນີນວຽກງານເພີ່ມຜົນຜະລິດແບບເຂັ້ມຂຸ້ນ ນັບແຕ່ລະດູຝົນປີ 2010 ແລະ ລະດູແລ້ງ 2010-2011 ເປັນຕົ້ນໄປ. ໃຫ້ກົມກະສິກຳ ແລະ ປ່າໄມ້ ຂອງແຂວງ ເປັນຫົວໜ້າລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຕາມຄຳຊີ້ນຳນີ້ ເປັນໄລຍະ; ໃຫ້ກົມປູກຝັງ, ກົມຊົນລະປະທານ ແລະ ກົມສົ່ງເສີມກະສິກຳ ເປັນແກນກາງ ຮັບຜິດຊອບຕິດຕາມ, ຊຸກຍູ້ ແລະ ຄົ້ນຄວ້າແກ້ໄຂບັນຫາທີ່ພົບເຫັນ ເພື່ອສັງລວມສະພາບການເພີ່ມຜົນຜະລິດແບບເຂັ້ມຂຸ້ນ ແລະ ລາຍງານໃຫ້ຜູ້ນຳກະຊວງຮັບຊາບເປັນປະຈຳ. ຫຼັງຈາກການເກັບກ່ຽວ ແລະ ມັດຟອຍສຳເລັດແລ້ວ, ຕ້ອງຈັດການສະຫຼຸບ, ປະເມີນຜົນ ແລະ ຖອດຖອນບົດຮຽນ, ຮວບຮວມຜົນງານທີ່ໂດດເດັ່ນຂອງພະນັກງານທຸກຂັ້ນ ແລະ ຊາວນາຕົວຢ່າງ ເພື່ອສະເໜີຕໍ່ຜູ້ມີອຳນາດ ເພື່ອພິຈາລະນາຍ້ອງຍໍຊົມເຊີຍຕາມຄວາມເໝາະສົມ, ພ້ອມທັງວາງແຜນຊຸກຍູ້ ແລະ ສ້າງເປັນໂຄງການ ແລະ ແຜນວຽກບູລິມະສິດ ພ້ອມທັງຜົນງານປົກກະຕິອື່ນໆ ເພື່ອຂະຫຍາຍຜົນໃນວົງກວ້າງຕໍ່ໄປ.
ສະນັ້ນ, ຈຶ່ງອອກຄຳຊີ້ນຳນີ້ ເພື່ອໃຊ້ເປັນຫຼັກໃນການຈັດຕັ້ງປະຕິບັດຮ່ວມກັນ ໃຫ້ບັນລຸຜົນດີ.