ຄຳແນະນຳ ຂອງລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບການແຈ້ງຂຶ້ນທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ

工业与商业部部长关于依据《企业法》办理企业注册登记的指示

Directive of the Minister of Industry and Commerce on Enterprise Registration under the Enterprise Law

ບົດສະຫຼຸບ

ຄຳສັ່ງນີ້ອອກໂດຍລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ສະບັບເລກທີ 0995/ອຄ, ວັນທີ 19 ມິຖຸນາ 2008) ກຳນົດກ່ຽວກັບການຈົດທະບຽນວິສາຫະກິດ ຜ່ານລະບົບບໍລິການດ່ຽວ (One Stop Service) ຕາມກົດໝາຍວ່າດ້ວຍວິສາຫະກິດ, ເນື້ອໃນກວມເອົາອົງການຄຸ້ມຄອງການຈົດທະບຽນ, ການສ້າງຕັ້ງວິສາຫະກິດ, ແບບຟອມດຽວ, ການສະຫງວນຊື່, ໄລຍະເວລາການຈົດທະບຽນ ແລະ ການອອກໃບຢັ້ງຢືນ, ອຳນາດການອະນຸມັດລາຍເຊັນ, ການລົງໂທດຜູ້ລະເມີດ ແລະ ການຈັດຕັ້ງປະຕິບັດ.

ມາດຕາ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ກະຊວງ ອຸດສາຫະກຳ ແລະ ການຄ້າ ເລກທີ 0995/ອຄ
ນະຄອນຫຼວງວຽງຈັນ, ວັນທີ 19 ມິຖຸນາ 2008

ຄຳສັ່ງ
ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ວ່າດ້ວຍ ການຈົດທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ

ເຖິງ:
- ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງວຽງຈັນ;
- ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ;
- ບັນດາຫົວໜ່ວຍທຸລະກິດ ແລະ ຜູ້ມີຄວາມປາດຖະໜາ ຈະສ້າງຕັ້ງວິສາຫະກິດ ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ເລື່ອງ: ການຈັດຕັ້ງປະຕິບັດ ການຈົດທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ ຜ່ານລະບົບ "ບໍລິການຈຸດດຽວ".

- ອີງຕາມ ກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 11/ສພຂ ລົງວັນທີ 9 ພະຈິກ 2005;
- ອີງຕາມ ດຳລັດ ສະບັບເລກທີ 188/ນຍ ລົງວັນທີ 17 ສິງຫາ 2006 ວ່າດ້ວຍ ການຈັດຕັ້ງ ແລະ ການດຳເນີນງານ ຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ.

ເພື່ອຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍວິສາຫະກິດ ແລະ ບັນດານິຕິກຳ ທີ່ກ່ຽວຂ້ອງກັບການຈົດທະບຽນວິສາຫະກິດ ໃຫ້ເປັນລະບົບ "ບໍລິການຈຸດດຽວ" ທີ່ສະດວກ, ວ່ອງໄວ, ໂປ່ງໃສ, ງ່າຍຕໍ່ການເຂົ້າໃຈ, ເພື່ອອຳນວຍຄວາມສະດວກ ໃນການສ້າງຕັ້ງວິສາຫະກິດ ແລະ ການປ່ຽນແປງການຈົດທະບຽນວິສາຫະກິດ; ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດ ທີ່ໄດ້ຈົດທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ ສາມາດດຳເນີນທຸລະກິດໄດ້ຢ່າງເຕັມທີ່ ແລະ ເພື່ອໃຫ້ບັນດານິຕິກຳ ທີ່ສົ່ງເສີມ, ຕິດຕາມ, ພັດທະນາ, ກະຕຸກຊຸກຍູ້ ບັນດາຫົວໜ່ວຍທຸລະກິດ ໃຫ້ຂະຫຍາຍຂະໜາດ ໄດ້ຮັບການຈັດຕັ້ງປະຕິບັດ ເພື່ອເປັນພື້ນຖານ ໃຫ້ແກ່ການພັດທະນາເສດຖະກິດ ຂອງຊາດ ຢ່າງຕໍ່ເນື່ອງ.
ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ຈຶ່ງອອກຄຳສັ່ງ ດັ່ງນີ້:

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ