ຄຳສັ່ງແນະນຳ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິນຄ້າ-ລາຄາ

关于组织实施商品—价格管理工作的指示

Directive on Organizing and Implementing Commodity-Price Management

ບົດສະຫຼຸບ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄຳສັ່ງໄປຍັງຂະແໜງອຸດສາຫະກຳ ແລະ ການຄ້າ ຂອງແຂວງ ແລະ ນະຄອນຫຼວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິນຄ້າ ແລະ ລາຄາ ໃນທົ່ວປະເທດ, ເພື່ອປົກປ້ອງຜົນປະໂຫຍດຂອງຜູ້ປະກອບການ, ຜູ້ບໍລິໂພກ ແລະ ລັດ, ຮັບປະກັນຄວາມເປັນທຳດ້ານລາຄາ, ປະລິມານ ແລະ ຄຸນນະພາບ, ພ້ອມທັງກຳນົດມາດຕະການກວດກາ, ໂຄສະນາ, ການຕິດປ້າຍລາຄາ ແລະ ການລົງໂທດຜູ້ລະເມີດ.

ມາດຕາ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ກະຊວງອຸດສາຫະກຳ ແລະ ການຄ້າ, ເລກທີ: ……/ອຄ, [ນະຄອນຫຼວງວຽງຈັນ, ວັນທີບໍ່ຄົບຖ້ວນ]. ເຖິງ: ຫົວໜ້າກົມອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ. ເລື່ອງ: ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິນຄ້າ-ລາຄາ.
ອີງຕາມ: ດຳລັດເລກທີ 207/ຫສນ, ລົງວັນທີ 11 ຕຸລາ 2001, ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ;
ອີງຕາມ: ໜັງສືແຈ້ງການຊີ້ນຳເລກທີ 334, ລົງວັນທີ 22 ມີນາ 2002, ວ່າດ້ວຍການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາສິນຄ້າ;
ອີງຕາມ: ເອກະສານຊີ້ນຳຂອງຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 30?, ລົງວັນທີ 4 ກຸມພາ 2009, ກ່ຽວກັບຄວາມເຫັນຂອງປະຊາຊົນທີ່ສະທ້ອນຜ່ານສາຍດ່ວນໃນກອງປະຊຸມສະໄໝສາມັນ ເທື່ອທີ 06 ຂອງສະພາແຫ່ງຊາດ ຊຸດທີ □, ທີ່ກ່ຽວຂ້ອງກັບວຽກງານຂະແໜງອຸດສາຫະກຳ ແລະ ການຄ້າ.
ເພື່ອເພີ່ມທະວີຄວາມເຂົ້າໃຈໃນວຽກງານຄຸ້ມຄອງສິນຄ້າ-ລາຄາຂອງປະເທດເຮົາ, ໃຫ້ວຽກງານດັ່ງກ່າວສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ແລະ ໃຫ້ວຽກງານດັ່ງກ່າວກາຍເປັນລະບົບ ແລະ ຄ່ອຍໆເຂົ້າສູ່ລະບຽບການທີ່ລັດຖະບານໄດ້ວາງອອກ, ເພື່ອແນໃສ່ປົກປ້ອງຜົນປະໂຫຍດສາມຝ່າຍທີ່ຄວນໄດ້ຮັບການອຸປະຖຳ, ຄື: ຜົນປະໂຫຍດຂອງຜູ້ປະກອບການ, ຜູ້ບໍລິໂພກ ແລະ ລັດ, ໃຫ້ສັງຄົມໄດ້ຮັບຄວາມເປັນທຳດ້ານລາຄາ, ປະລິມານ ແລະ ຄຸນນະພາບສິນຄ້າ, ໂດຍສະເພາະ [ຂໍ້ມູນ OCR ຕົ້ນສະບັບບໍ່ຄົບຖ້ວນ, ລໍຖ້າກວດສອບ] ສິນຄ້າທີ່ຢູ່ໃນການຄຸ້ມຄອງ 30 ຊະນິດ ເຊັ່ນ: ນ້ຳມັນເຊື້ອໄຟ, ເຫຼັກກ້າ, [ບໍ່ຄົບຖ້ວນ], ເຂົ້າສານ, ນ້ຳຕານ, ປາ ... ແລະ ອື່ນໆ. ຄວາມມຸ່ງໝາຍແມ່ນເພື່ອຊຸກຍູ້, ສົ່ງເສີມການຜະລິດພາຍໃນປະເທດໃຫ້ຂະຫຍາຍຕົວຕາມພື້ນຖານທີ່ຖືກຕ້ອງ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ບໍລິໂພກໃນການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບສິນຄ້າ (ໂດຍສະເພາະສິນຄ້າທີ່ຢູ່ໃນການຄຸ້ມຄອງທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ), ໃຫ້ຕົວເລກລາຍຮັບຂອງເຂົາເຈົ້າມີຄວາມໂປ່ງໃສ ແລະ ໃກ້ຄຽງກັບຄວາມເປັນຈິງຫຼາຍຂຶ້ນ.
ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງອອກຄຳສັ່ງຊີ້ນຳດັ່ງນີ້:

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 10 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ