ຄຳສັ່ງແນະນຳ ວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ໃນການຕິດຕາມ, ກວດກາ, ແກ້ໄຂ ກ່ຽວກັບສະພາບການປັ່ນປ່ວນ, ກັກຕຸນ ແລະ ສວຍໂອກາດຂຶ້ນລາຄາສິນຄ້າ
关于加强对扰乱市场、囤积居奇及借机哄抬商品价格情况进行跟踪、检查、处置的指导命令
Guidance Order on Strengthening Monitoring, Inspection, and Disposal of Market Disruption, Hoarding, and Price Gouging
ບົດສະຫຼຸບ
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄຳສັ່ງ ເພື່ອຮັບມືກັບສະພາບການເໜັງຕີງຂອງລາຄາສິນຄ້າ ທີ່ອາດເກີດຂຶ້ນຈາກຄວາມວຸ້ນວາຍດ້ານເສດຖະກິດ ແລະ ການເງິນໃນໂລກ ແລະ ພາກພື້ນ, ການຫຼຸດຄ່າດົງລາ ແລະ ໄລຍະບຸນຕ່າງໆ ໂດຍສັ່ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ຂອງແຂວງ ແລະ ນະຄອນຫຼວງ ເພີ່ມທະວີການຕິດຕາມ ແລະ ກວດກາລາຄາສິນຄ້າປະຈຳວັນ ແລະ ດຳເນີນຄະດີ ຕໍ່ການກັກຕຸນສິນຄ້າ, ການຂຶ້ນລາຄາສິນຄ້າໂດຍບໍ່ມີເຫດຜົນ ແລະ ການກະທຳອື່ນໆ ທີ່ລົບກວນຕະຫຼາດ ແລະ ທຳລາຍຄວາມເປັນທຳ ພ້ອມທັງກຳນົດມາດຕະການຈັດການ, ການຍ້ອງຍໍ ແລະ ການລາຍງານ.
ມາດຕາ
ມາດຕາ 1
ທຸກຂັ້ນຕ້ອງສົ່ງພະນັກງານຂອງກົມກອງຕົນ ລົງຕິດຕາມສະພາບຕົວຈິງຂອງລາຄາສິນຄ້າຕາມຮ້ານຄ້າ ແລະ ຕະຫຼາດທົ່ວໄປ ຢ່າງໃກ້ຊິດ ເປັນປະຈຳທຸກວັນ; ແລະ ປະສານສົມທົບກັບການຄຸ້ມຄອງຕະຫຼາດ, ພາສີ, ຕຳຫຼວດເສດຖະກິດ ແລະ ອົງການປົກຄອງທີ່ກ່ຽວຂ້ອງຕ່າງໆ ເພື່ອຮັບຮູ້ສະພາບການສະໜອງສິນຄ້າ, ລາຄາ, ການຄາດຄະເນຄວາມຕ້ອງການ ແລະ ການຂາຍປະຈຳວັນ ຢ່າງທັນການ ແລະ ຕິດຕາມຢ່າງໃກ້ຊິດ.
ມາດຕາ 2
ສຳລັບສິນຄ້າທີ່ລັດຄຸ້ມຄອງຈຳນວນສາມສິບ (30) ລາຍການ ກ່ອນຈະຂຶ້ນລາຄາຕ້ອງໄດ້ຮັບການອະນຸມັດຈາກລັດ (ກະຊວງອຸດສາຫະກຳ ແລະ ການຄ້າ, ກົມອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ) ເສຍກ່ອນ; ພ້ອມທັງມອບໃຫ້ພະແນກຄຸ້ມຄອງຕະຫຼາດ ລະດົມພໍ່ຄ້າ ແມ່ຄ້າໃຫ້ເອົາໃຈໃສ່ປະຕິບັດວຽກງານການກຳນົດລາຄາສິນຄ້າ ເພື່ອໃຫ້ລາຄາສິນຄ້າທີ່ວາງຈຳໜ່າຍມີຫຼັກການ, ມີການກຳນົດລາຄາຢ່າງຊັດເຈນ ແລະ ທົ່ວເຖິງ.
ມາດຕາ 3
ບໍລິສັດ, ຮ້ານຄ້າ, ໂຮງງານຕ່າງໆ ບໍ່ວ່າຈະເປັນຂອງລັດ ຫຼື ເອກະຊົນ, ລວມທັງປະຊາຊົນຜູ້ຜະລິດ ຕ້ອງນຳເອົາສິນຄ້າທີ່ມີຢູ່ ອອກສູ່ຕະຫຼາດຢ່າງຕໍ່ເນື່ອງ ຫ້າມຂາດຊ່ອງ, ໂດຍສະເພາະສິນຄ້າອາຫານ, ສິນຄ້າບໍລິໂພກປະຈຳວັນ ຕ້ອງສະໜອງຕາມປົກກະຕິ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ