ຄຳສັ່ງແນະນຳ ວ່າດ້ວຍ ການແນະນຳໃຫ້ບັນດາບໍລິສັດ, ວິສາຫະກິດ ແລະ ຮ້ານຈຳໜ່າຍຕ່າງໆ ນຳເອົາສິນຄ້າທີ່ຜະລິດໄດ້ພາຍໃນປະເທດ ໄປຈຳໜ່າຍແທນການນຳເຂົ້າ

关于引导各公司、企业及各经销店销售国内生产商品以替代进口商品的指导命令

Guidance Order on Directing Companies, Enterprises, and Retail Outlets to Sell Domestically Produced Goods as Import Substitutes

ບົດສະຫຼຸບ

ກະຊວງການຄ້າ ໄດ້ອອກຄຳແນະນຳໄປຍັງຂະແໜງການຄ້າ ຂອງແຂວງ, ນະຄອນຫຼວງ ແລະ ເຂດພິເສດ ໃຫ້ຊີ້ນຳບັນດາບໍລິສັດ, ວິສາຫະກິດທັງພາກລັດ ແລະ ເອກະຊົນ ໃຫ້ຈຳໜ່າຍສິນຄ້າທີ່ຜະລິດພາຍໃນປະເທດ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດກ່ອນ, ເພື່ອທົດແທນການນຳເຂົ້າ ແລະ ສະໜັບສະໜູນການຜະລິດພາຍໃນປະເທດ, ພ້ອມທັງເພີ່ມທະວີການຄຸ້ມຄອງການນຳເຂົ້າທີ່ກ່ຽວຂ້ອງ.

ມາດຕາ

ມາດຕາ 1

ບັນຊີສິນຄ້າທີ່ແຈ້ງໃນຄຳສັ່ງນີ້ ແມ່ນໝາຍເຖິງຜະລິດຕະພັນທີ່ຜະລິດຢູ່ພາຍໃນປະເທດ ເຊິ່ງຂະໜາດ, ຮູບຮ່າງ, ຄຸນນະພາບ, ລາຄາ ແລະ ປະລິມານ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ຜູ້ບໍລິໂພກໄດ້ຢ່າງພຽງພໍ ປະກອບດ້ວຍ: ເຫຼັກເສັ້ນ (ລວດ), ເຫຼັກຮູບພ່ານ, ກະເບື້ອງມຸງ, ສັນຫຼັງຄາ (ກະເບື້ອງສັນ), ກະເບື້ອງເຊມັງໄຟ, ທໍ່ PVC, ຊີມັງທຸກຊະນິດ ແລະ ນ້ຳຢາລ້າງຈານ (ນ້ຳລ້າງຖ້ວຍ). (ລາຍລະອຽດຕາມເອກະສານສະບັບເລກທີ ......./ນະຄອນຫຼວງວຽງຈັນ ລົງວັນທີ .......)

ມາດຕາ 2

ມອບໃຫ້ກົມການຄ້າແຂວງ, ນະຄອນຫຼວງ ແລະ ເຂດພິເສດທົ່ວປະເທດ ຊີ້ນຳ ແລະ ນຳພາບັນດາກຸ່ມວິສາຫະກິດ ແລະ ບໍລິສັດຕ່າງໆ ທັງພາກລັດ ແລະ ເອກະຊົນ ໃຫ້ຮັບຮູ້ ແລະ ຈັດທຳແຜນການ, ລົງນາມໃນຄຳໝັ້ນສັນຍາ ເພື່ອຮັບຜິດຊອບໃນການຈຳໜ່າຍສິນຄ້າດັ່ງກ່າວທີ່ຜະລິດຢູ່ພາຍໃນປະເທດ.

ມາດຕາ 3

ສຳລັບບໍລິສັດ ແລະ ຜູ້ປະກອບການສ່ວນບຸກຄົນທຸກປະເພດ ທີ່ມີຄວາມປະສົງຈະນຳເຂົ້າສິນຄ້າຕ່າງໆ ຕາມທີ່ກຳນົດໄວ້ໃນຄຳສັ່ງຊີ້ນຳນີ້ ເຊິ່ງມີຊະນິດ, ຂະໜາດ ແລະ ຄຸນນະພາບຄືກັນກັບສິນຄ້າທີ່ຜະລິດຢູ່ພາຍໃນປະເທດ ເພື່ອນຳໄປຈຳໜ່າຍຕໍ່, ສະໜອງໃຫ້ໂຄງການກໍ່ສ້າງໃດໜຶ່ງ ຫຼື ໃນກໍລະນີທີ່ໂຮງງານຜະລິດຍັງບໍ່ທັນຕາມທັນ ແຕ່ຕະຫຼາດຍັງມີຄວາມຕ້ອງການສູງ ໃຫ້ຂະແໜງການຄ້າທີ່ກ່ຽວຂ້ອງລາຍງານໃຫ້ກະຊວງການຄ້າພິຈາລະນາ; ຖ້າມີຄວາມຈຳເປັນແທ້ ຈຶ່ງຈະດຳເນີນການໄດ້.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ