ຄຳສັ່ງແນະນຳ ວ່າດ້ວຍການແນະນຳໃຫ້ບໍລິສັດ ວິສາຫະກິດຕ່າງໆ ນຳສິນຄ້າທີ່ຜະລິດໄດ້ພາຍໃນເຮົາໄປຈຳໜ່າຍ ແທນການນຳເຂົ້າ

关于指导各公司、企业销售本国生产商品以替代进口的指示

Directive on Guiding Companies and Enterprises to Sell Domestically Produced Goods as Import Substitutes

ບົດສະຫຼຸບ

ກະຊວງການຄ້າ ແລະ ການທ່ອງທ່ຽວ ໄດ້ອອກຄຳສັ່ງ ໃຫ້ພະແນກການຄ້າ ແລະ ການທ່ອງທ່ຽວ ຂອງແຂວງ, ນະຄອນຫຼວງ ແລະ ເຂດພິເສດ ຊຸກຍູ້ໃຫ້ວິສາຫະກິດທັງລັດ ແລະ ເອກະຊົນ ຈັດຊື້ ແລະ ຈຳໜ່າຍສິນຄ້າທີ່ຜະລິດພາຍໃນປະເທດທີ່ໄດ້ມາດຕະຖານ ກ່ອນ ເພື່ອທົດແທນການນຳເຂົ້າ, ສະໜັບສະໜູນການຜະລິດພາຍໃນ ແລະ ສະກັດກັ້ນການຄ້າຂາຍທີ່ຜິດກົດໝາຍ ພ້ອມທັງກຳນົດໜ້າທີ່ຕິດຕາມກວດກາ ແລະ ລາຍງານ.

ມາດຕາ

ມາດຕາ 1

ສິນຄ້າທີ່ໄດ້ແຈ້ງຂໍແມ່ນຜະລິດຕະພັນທີ່ຜະລິດຢູ່ພາຍໃນປະເທດ ເຊິ່ງມາດຕະຖານ, ຂະໜາດ, ຄຸນນະພາບ, ລາຄາ ແລະ ປະລິມານ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ ເຊັ່ນ: ຊີມັງ, ແຜ່ນສັງກະສີ (ແຜ່ນເຫຼັກ), ນ້ຳຕານ, ນ້ຳມັນປາມ ແລະ ອື່ນໆ (ລາຍລະອຽດຕາມບັນຊີສິນຄ້າທີ່ຢູ່ໃນຂອບເຂດຂະໜາດ, ມາດຕະຖານ ແລະ ຄວາມສາມາດຂອງໂຮງງານຜະລິດ ທີ່ຕິດຄັດມາພ້ອມເອກະສານສະບັບເລກທີ 1272/ພນ ລົງວັນທີ ເດືອນ ທັນວາ ປີ 2000).

ມາດຕາ 2

ມອບໃຫ້ຂະແໜງການຄ້າ ແລະ ທ່ອງທ່ຽວ ປະຈຳແຂວງ, ນະຄອນຫຼວງ ແລະ ເຂດພິເສດ ທົ່ວປະເທດ ຊີ້ນຳ ແລະ ຈັດຕັ້ງປະຕິບັດ, ໃຫ້ຫົວໜ້າບໍລິສັດ, ວິສາຫະກິດ (ທັງລັດ ແລະ ເອກະຊົນ) ຮັບຊາບ, ແລະ ກຳນົດແຜນການຮັບຊື້ ແລະ ຈຳໜ່າຍສິນຄ້າທີ່ຜະລິດພາຍໃນປະເທດດັ່ງກ່າວ, ນຳອອກສູ່ຕະຫຼາດຈຳໜ່າຍ.

ມາດຕາ 3

ສຳລັບບໍລິສັດ ຫຼື ນິຕິບຸກຄົນທີ່ມີຄວາມປະສົງຈະນຳເຂົ້າສິນຄ້າເພື່ອຄວາມຕ້ອງການດ້ານການບໍລິການ ຫຼື ນຳເຂົ້າແລ້ວຈຳໜ່າຍທົ່ວໄປໃນຕະຫຼາດ ຖ້າເປັນສິນຄ້າຊະນິດດຽວກັນ, ຂະໜາດ ແລະ ຄຸນນະພາບທຽບເທົ່າກັນ ຫຼື ເປັນກໍລະນີທີ່ໂຮງງານພາຍໃນປະເທດຍັງບໍ່ສາມາດຜະລິດໄດ້ ແຕ່ຕະຫຼາດມີຄວາມຕ້ອງການສູງ ໃຫ້ຂະແໜງການຄ້າຂອງແຂວງ, ນະຄອນຫຼວງ ແລະ ເຂດພິເສດ ລາຍງານໃຫ້ກະຊວງການຄ້າ ແລະ ທ່ອງທ່ຽວ ເພື່ອພິຈາລະນາຄົ້ນຄວ້າ ແລະ ອະນຸມັດເມື່ອມີຄວາມຈຳເປັນ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ