ຄຳສັ່ງແນະນຳ ວ່າດ້ວຍ ໃຫ້ຄຸ້ມຄອງລາຄາ ຊີ້ນງົວ, ໝູ, ໄກ ແລະ ປາ

关于管理牛、猪、鸡、鱼肉类价格的指导性命令

Directive on Managing Prices of Beef, Pork, Chicken, and Fish

ບົດສະຫຼຸບ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄຳສັ່ງແນະນຳສະບັບນີ້ ໂດຍອີງໃສ່ດຳລັດສະບັບເລກທີ 474/ນາຍົກ (ວັນທີ 18 ພະຈິກ 2011 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ) ເພື່ອຮຽກຮ້ອງໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ທົ່ວປະເທດ ແລະ ນະຄອນຫຼວງວຽງຈັນ ຄຸ້ມຄອງລາຄາຊີ້ນງົວ, ຊີ້ນໝູ, ຊີ້ນໄກ່, ປາ ແລະ ອື່ນໆ ຕາມກົນໄກຕະຫຼາດ ໂດຍກຳນົດອັດຕາກຳໄລຕໍ່ຕົ້ນທຶນ ໃນແຕ່ລະຂັ້ນຕອນການຈຳໜ່າຍ (ຜູ້ສົ່ງ, ຜູ້ຂາຍຍ່ອຍ) ພ້ອມທັງມາດຕະການຕິດຕາມກວດກາ ແລະ ລົງໂທດ.

ມາດຕາ

ມາດຕາ 1

ສຳລັບອາຫານປະເພດຊີ້ນສັດ ເຊັ່ນ: ຊີ້ນງົວ, ຊີ້ນໝູ, ຊີ້ນໄກ່, ປາ ແລະ ອື່ນໆ ໃຫ້ຄຸ້ມຄອງຕາມກົນໄກຕະຫຼາດໃນແຕ່ລະໄລຍະ; ການຄຸ້ມຄອງຕ້ອງດຳເນີນພ້ອມກັນທັງສອງຂັ້ນຕອນ ຄື: ການຊື້ ແລະ ການຂາຍ, ໂດຍສະເພາະຂັ້ນຜູ້ຄ້າສົ່ງ ແລະ ຂັ້ນຜູ້ຄ້າຍ່ອຍ (ລູກຊຽງ) ໂດຍອີງໃສ່ໂຄງສ້າງລາຄາທີ່ຊັດເຈນ.

ມາດຕາ 2

ຄວນຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງອື່ນໆ, ໂດຍສະເພາະກະຊວງກະສິກຳ, ກະຊວງການເງິນ, ຕຳຫຼວດເສດຖະກິດ ແລະ ອື່ນໆ, ຮ່ວມກັນສຶກສາ, ສະເໜີຕໍ່ເຈົ້າແຂວງ, ເພື່ອຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນລາຄາ ແລະ ຂໍ້ມູນອື່ນໆ ທີ່ກ່ຽວຂ້ອງກັບການຜະລິດງົວ, ໝູ, ໄກ່, ປາ ໃນແຕ່ລະຂັ້ນຕອນ (ການລ້ຽງ, ການຂາຍສົ່ງ, ການຂາຍຍ່ອຍ) ພາຍໃນແຂວງ.

ມາດຕາ 3

ເພື່ອຮັບປະກັນວ່າລາຄາຊີ້ນສັດດັ່ງກ່າວ ສອດຄ່ອງກັບກົນໄກຕະຫຼາດ ແລະ ມີຄວາມເໝາະສົມ ໃນແຕ່ລະຄັ້ງທີ່ກຳນົດລາຄາ ຂອງແຕ່ລະຂັ້ນ (ຜູ້ຄ້າສົ່ງ ແລະ ຜູ້ຄ້າຍ່ອຍ) ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ນຳພາ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງອື່ນໆ ຄິດໄລ່ລາຄາ ໂດຍອີງໃສ່ເງື່ອນໄຂ ແລະ ໂຄງສ້າງລາຄາ ຂອງແຕ່ລະຂັ້ນ ຢ່າງລະອຽດ ແລະ ຊັດເຈນ; ການກຳນົດລາຄາຕ້ອງຄິດໄລ່ຈາກຂໍ້ມູນຕົວຈິງ ຂອງແຕ່ລະແຂວງ (ຕິດຄັດແບບຮ່າງໂຄງສ້າງລາຄາ).

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 12 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ