ຄຳສັ່ງ ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງສິນຄ້າສະບຽງອາຫານ ປະເພດເຂົ້າກິນ ຢູ່ພາຍໃນປະເທດ
关于加强重视对国内粮食类(食用稻米)商品管理的命令
Order on Strengthening Attention to the Management of Domestic Grain (Edible Rice) Commodities
ບົດສະຫຼຸບ
ຄຳສັ່ງຂອງລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ຮຽກຮ້ອງໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ ເພີ່ມທະວີການຄຸ້ມຄອງການສະໜອງເຂົ້າສານບໍລິໂພກພາຍໃນປະເທດ, ສຳຫຼວດສະຕັອກເຂົ້າສານ, ຕິດຕາມການຜະລິດ-ຈຳໜ່າຍ ແລະ ລາຄາ, ຮັບປະກັນການສະໜອງ, ຫ້າມຢ່າງເດັດຂາດການສົ່ງອອກໄປຕ່າງປະເທດ ແລະ ການຊື້ໂດຍກົງຈາກຊາວຕ່າງປະເທດ, ເພື່ອຮັບປະກັນໃຫ້ມີເຂົ້າສານພຽງພໍສຳລັບການບໍລິໂພກພາຍໃນປະເທດ.
ມາດຕາ
ມາດຕາ 1
ມອບໃຫ້ກົມການຄ້າພາຍໃນ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ຂອງແຂວງ ແລະ ນະຄອນຫຼວງ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ລົງພື້ນທີ່ເພື່ອສຳຫຼວດສະຖິຕິສະຕັອກເຂົ້າສຳລັບບໍລິໂພກທີ່ມີຢູ່ໃນແຂວງຂອງຕົນ, ຊຶ່ງລວມທັງເຂົ້າປຸກ ແລະ ເຂົ້າສານທຸກປະເພດມີຈຳນວນເທົ່າໃດ, ແລະ ປຽບທຽບກັບແຜນການນຳໃຊ້ເຂົ້າສຳລັບບໍລິໂພກປະຈຳປີຂອງທົ່ວແຂວງ ເພື່ອເບິ່ງວ່າມີເກີນ/ຂາດເຂີນ ຫຼື ບໍ່, ສະພາບການເປັນແນວໃດ, ພ້ອມທັງກຳນົດມາດຕະການຄຸ້ມຄອງ ແລະ ດຸ່ນດ່ຽງຢ່າງລະອຽດ.
ມາດຕາ 2
ຕິດຕາມສະພາບການຜະລິດ, ການຊື້-ຂາຍ ແລະ ລາຄາເຂົ້ານານົກຊະນິດຕ່າງໆ ຢ່າງລະອຽດ (ລວມທັງຈາກຊາວນາ ແລະ ຕະຫຼາດທົ່ວໄປ) ເພື່ອລາຍງານໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຢ່າງເປັນປົກກະຕິ.
ມາດຕາ 3
ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ, ໂດຍສະເພາະຂະແໜງກະສິກຳ ແລະ ປ່າໄມ້, ສຶກສາ ແລະ ຄິດໄລ່ລາຄາຕົ້ນທຶນການຜະລິດເຂົ້າພາຍໃນທ້ອງຖິ່ນ ເພື່ອໃຫ້ເປັນເອກະພາບ, ແລະ ນຳໃຊ້ເປັນພື້ນຖານໃນການກຳນົດລາຄາຊື້-ຂາຍ, ເພື່ອຮັບປະກັນຜົນປະໂຫຍດຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ລັດ ຢ່າງເໝາະສົມ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 14 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ