ຂໍ້ຕົກລົງ ວ່າດ້ວຍ ການປະເມີນຜົນກະທົບຂອງລະບຽບການຕໍ່ພາກທຸລະກິດເອກະຊົນ (Regulatory Impact Assessment for the Private Sector)
关于对私营部门进行法规影响评估(RIA)的决定
Decision on Regulatory Impact Assessment (RIA) for the Private Sector
ບົດສະຫຼຸບ
ບົດຕັດສິນໃຈສະບັບນີ້ກຳນົດຂັ້ນຕອນ ແລະ ຂໍ້ກຳນົດກ່ຽວກັບການປະເມີນຜົນກະທົບຕໍ່ຮ່າງກົດໝາຍທີ່ກ່ຽວຂ້ອງກັບຂະແໜງເອກະຊົນ (RIA) ເພື່ອແນໃສ່ຍົກສູງຄຸນນະພາບຂອງກົດໝາຍ. ຂອບເຂດການນຳໃຊ້ກວມເອົາຮ່າງກົດໝາຍທີ່ກ່ຽວຂ້ອງກັບຂະແໜງເອກະຊົນ ແລະ ໄດ້ກຳນົດຄຳນິຍາມຂອງຄຳສັບທີ່ກ່ຽວຂ້ອງຢ່າງຈະແຈ້ງ ເພື່ອຮັບປະກັນຄວາມເປັນລະບຽບ ແລະ ຄວາມສອດຄ່ອງຂອງການປະເມີນຜົນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ຂໍຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ຂັ້ນຕອນກ່ຽວກັບການປະເມີນຜົນກະທົບຂອງຮ່າງນິຕິກຳ ເພື່ອໃຫ້ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ນຳໃຊ້ເປັນບ່ອນອີງໃນການປະເມີນຮ່າງນິຕິກຳໂດຍຄຳນຶງ ໃຫ້ມີຄຸນນະພາບ ໂດຍຜ່ານການວິເຄາະ, ວິໄຈ ຢ່າງລະອຽດ, ເປັນລະບົບ ແລະ ໂປ່ງໃສ ແນໃສ່ເຮັດໃຫ້ນິຕິກຳ ທີ່ສ້າງຂຶ້ນນັ້ນ ບັນລຸຈຸດປະສົງ ແລະ ຫຼີກເວັ້ນຜົນກະທົບທີ່ບໍ່ຄາດຫວັງ ອັນອາດເກີດຂຶ້ນ.
ມາດຕາ ມາດຕາ 2
ມາດຕາ 2 ການປະເມີນຜົນກະທົບຂອງຮາງນິຕິກາໍ
ການປະເມີນຜົນກະທົບຂອງຮາງນິຕິກາໍ ແມ່ນການວິເຄາະ, ການວິໄຈ ແລະການຕີລາຄາຜົນກະທົບດ້ານກົດໝາຍ ແລະການເງິນ ທີ່ອາດເກີດຂຶ້ນຈາກການສ້າງ ແລະປັບປຸງນິຕິກາໍໃດໜຶ່ງ ດ້ວຍການນຳໃຊ້ບົດປະເມີນຜົນກະທົບຂອງຮາງນິຕິກາໍ.
ມາດຕາ ມາດຕາ 3
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ບົດປະເມີນຜົນກະທົບຂອງຮ່າງນິຕິກຳ ໝາຍເຖິງ ບົດລາຍງານກ່ຽວກັບຜົນຂອງການຄົ້ນຄວ້າຜົນກະທົບທາງດ້ານກົດໝາຍ ແລະການເງິນ ທີ່ອາດເກີດຂຶ້ນຈາກການສ້າງ ແລະ ປັບປຸງນິຕິກຳ;
ຜົນກະທົບທາງດ້ານກົດໝາຍ ໝາຍເຖິງ ຜົນກະທົບຂອງຮ່າງນິຕິກຳ ຊຶ່ງອາດເກີດຂຶ້ນ ຕໍ່ ເສດຖະກິດ, ຄວາມສາມາດໃນການແຂ່ງຂັນ, ສິ່ງແວດລ້ອມ, ສັງຄົມ, ການຈ້າງງານ, ສຸຂະພາບ ແລະຄວາມປອດໄພຂອງທຸກພາກສ່ວນທີ່ກ່ຽວຂ້ອງ ລວມທັງ ພາກລັດ, ທຸລະກິດ ແລະຊຸມຊົນ;
ຜົນກະທົບທາງດ້ານການເງິນ ໝາຍເຖິງ ຜົນກະທົບຕໍ່ງົບປະມານແຫ່ງລັດ ຈາກການຈັດຕັ້ງປະຕິບັດນິຕິກຳ ເປັນຕົ້ນ ລາຍຮັບ ແລະລາຍຈ່າຍຂອງງົບປະມານ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 30 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ