ກົດໝາຍ ວ່າດ້ວຍແຮງງານ ສະບັບປັບປຸງ
劳动法(修订版)
Labour Law (Amended Version)
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດການສ້າງຕັ້ງ, ການປະຕິບັດ ແລະ ການສິ້ນສຸດສາຍພົວພັນແຮງງານ, ຊີ້ແຈງສິດ ແລະ ໜ້າທີ່ຂອງຜູ້ອອກແຮງງານ ແລະ ນາຍຈ້າງ, ກວມເອົາລະບຽບພື້ນຖານເຊັ່ນ: ສັນຍາແຮງງານ, ເວລາເຮັດວຽກ, ຄ່າຈ້າງ, ອາຊີວະອະນາໄມ ແລະ ຄວາມປອດໄພໃນການເຮັດວຽກ ຕະຫຼອດເຖິງການແກ້ໄຂຂໍ້ຂັດແຍ່ງດ້ານແຮງງານ. ກົດໝາຍສະບັບນີ້ນຳໃຊ້ກັບກິດຈະກຳການຈ້າງງານທຸກປະເພດພາຍໃນປະເທດ, ມີຈຸດປະສົງເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ ແລະ ສົ່ງເສີມລະບຽບແຮງງານທີ່ຍຸຕິທຳ ແລະ ສະຫງົບກົມກຽວ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາ ການພັດທະນາສີມືແຮງງານ, ການຈັດຫາງານ, ການເຄື່ອນຍ້າຍແຮງງານ, ການປົກປ້ອງແຮງງານ ເພື່ອຍົກສູງຄຸນນະພາບ, ຜະລິດຕະພາບ ຂອງງານໃນສັງຄົມ.
ມາດຕາ ມາດຕາ 2
ມາດຕາ 2 ແຮງງານ
ແຮງງານ ແມ່ນ ພະລັງງານ ທັງ ທາງດ້ານຮ່າງກາຍ ແລະ ມັນສະໝອງ ຂອງມະນຸດ ທີ່ນຳໃຊ້ເຂົ້າ ໃນການເຮັດວຽກ ທີ່ກໍ່ໃຫ້ເກີດຜົນ ທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ.
ມາດຕາ ມາດຕາ 3
ມາດຕາ 3 (ປັບປຸງ) ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ວຽກງານແຮງງານ ໝາຍເຖິງ ວຽກງານພັດທະນາສີມືແຮງງານ, ສົ່ງເສີມການຈັດຫາງານ ແລະ ປົກປ້ອງແຮງງານ; 2. ກຳລັງແຮງງານ ໝາຍເຖິງ ບຸກຄົນ ທີ່ມີອາຍຸ ຕາມທີ່ກົດໝາຍກຳນົດ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 181 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ