劳动法(修订版)

ກົດ​ໝາຍ ວ່າ​ດ້ວຍ​ແຮງ​ງານ ສະ​ບັບ​ປັບ​ປຸງ

Labour Law (Amended Version)

简介

【劳动法(修订版)181条全文 双语:OCR识别老挝文+中文翻译(Claude校对),未经律师终审,以官方PDF为准。3条(75/77/143/150/156)OCR缺失待补】

Summary

Labor Law (Revised) full text of 181 articles bilingual: OCR Lao script + Chinese translation (proofread by Claude), not finalized by lawyer, official PDF prevails. 3 articles (75/77/143/150/156) missing due to OCR pending supplementation.

ບົດສະຫຼຸບ

【ກົດໝາຍແຮງງານ (ສະບັບປັບປຸງ) 181 ມາດຕາ ສະບັບເຕັມ ສອງພາສາ: OCR ຮັບຮູ້ພາສາລາວ + ແປພາສາຈີນ (Claude ກວດສອບ), ຍັງບໍ່ທັນຜ່ານການກວດສອບຈາກທະນາຍຄວາມ, ໃຫ້ຖືຕາມໄຟລ໌ PDF ທາງການ. 3 ມາດຕາ (75/77/143/150/156) ຂາດຫາຍຈາກ OCR ລໍຖ້າເພີ່ມເຕີມ】

条文

第ມາດຕາ 1条

第1条. 目的
本法规定有关劳动技能发展、职业介绍、劳动力流动、劳动保护的管理和跟踪检查的原则、规定和措施,以提高社会劳动的质量和生产率。

ພາສາລາວ (老挝语原文)

ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາ ການພັດທະນາສີມືແຮງງານ, ການຈັດຫາງານ, ການເຄື່ອນຍ້າຍແຮງງານ, ການປົກປ້ອງແຮງງານ ເພື່ອຍົກສູງຄຸນນະພາບ, ຜະລິດຕະພາບ ຂອງງານໃນສັງຄົມ.

第ມາດຕາ 2条

第2条. 劳动
劳动是人用于从事产生经济、文化社会效益的工作的体力和脑力。

ພາສາລາວ (老挝语原文)

ມາດຕາ 2 ແຮງງານ
ແຮງງານ ແມ່ນ ພະລັງງານ ທັງ ທາງດ້ານຮ່າງກາຍ ແລະ ມັນສະໝອງ ຂອງມະນຸດ ທີ່ນຳໃຊ້ເຂົ້າ ໃນການເຮັດວຽກ ທີ່ກໍ່ໃຫ້ເກີດຜົນ ທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ.

第ມາດຕາ 3条

第3条(修订). 术语解释
本法所用术语含义如下:1. 劳动工作:指劳动技能发展、促进就业和劳动保护工作;2. 劳动力:指达到法律规定年龄的人。

ພາສາລາວ (老挝语原文)

ມາດຕາ 3 (ປັບປຸງ) ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ວຽກງານແຮງງານ ໝາຍເຖິງ ວຽກງານພັດທະນາສີມືແຮງງານ, ສົ່ງເສີມການຈັດຫາງານ ແລະ ປົກປ້ອງແຮງງານ; 2. ກຳລັງແຮງງານ ໝາຍເຖິງ ບຸກຄົນ ທີ່ມີອາຍຸ ຕາມທີ່ກົດໝາຍກຳນົດ.

第ມາດຕາ 4条

第4条(修订). 劳动工作政策
国家促进研究、运用科学技术、劳动技能发展、创造发明、技能竞赛、提供劳动信息,以提高劳动者素质,旨在促进就业。

ພາສາລາວ (老挝语原文)

ມາດຕາ 4 (ປັບປຸງ) ນະໂຍບາຍກ່ຽວກັບວຽກງານແຮງງານ
ລັດ ສົ່ງເສີມ ການຄົ້ນຄວ້າ, ການນຳໃຊ້ວິທະຍາສາດ-ເຕັກນິກ, ການພັດທະນາສີມືແຮງງານ, ການປະດິດສ້າງ, ການແຂ່ງຂັນສີມືແຮງງານ, ການສະໜອງຂໍ້ມູນ ຂ່າວສານ ດ້ານແຮງງານ ເພື່ອຍົກສູງ ຄຸນນະພາບ ຂອງຜູ້ອອກແຮງງານ ແນໃສ່ສົ່ງເສີມການມີວຽກເຮັດງານທຳ.

第ມາດຕາ 5条

第5条(修订). 劳动工作原则
劳动工作应在以下原则基础上开展:1. 以劳动者与用人者之间的劳动合同为基础进行,确保双方无歧视地获益;2. 保障劳动条件。

ພາສາລາວ (老挝语原文)

ມາດຕາ 5 (ປັບປຸງ) ຫຼັກການກ່ຽວກັບວຽກງານແຮງງານ
ວຽກງານແຮງງານ ໃຫ້ເຄື່ອນໄຫວ ບົນພື້ນຖານ ຫຼັກການ ດັ່ງນີ້: 1. ດຳເນີນບົນພື້ນຖານສັນຍາແຮງງານ ລະຫວ່າງ ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ຮັບປະກັນ ສອງຝ່າຍ ໄດ້ຮັບຜົນປະໂຫຍດ ໂດຍບໍ່ມີການຈຳແນກ; 2. ຮັບປະກັນເງື່ອນໄຂໃນການອອກແຮງງານ.

第ມາດຕາ 6条

第6条(修订). 法律适用范围
本法适用于用人者,正规和非正规体系的全体劳动者,为外国机构工作的老挝劳动者,以及在老挝人民民主共和国工作的外国劳动者。

ພາສາລາວ (老挝语原文)

ມາດຕາ 6 (ປັບປຸງ) ຂອບເຂດການນຳໃຊ້ກົດໝາຍ
ກົດໝາຍສະບັບນີ້ ນຳໃຊ້ ສຳລັບ ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ ໃນລະບົບ ແລະ ນອກລະບົບ ທົ່ວປວງແຮງງານ, ຜູ້ອອກແຮງງານລາວ ທີ່ເຮັດວຽກນຳອົງການຕ່າງປະເທດ ແລະ ຜູ້ອອກແຮງງານຕ່າງປະເທດ ທີ່ເຮັດວຽກ ຢູ່ ສປປ ລາວ.

第ມາດຕາ 7条

第7条. 国际合作
国家广泛促进与外国、区域和国际在劳动领域的关系合作,交流经验、信息、科学、技术并争取资金以发展劳动工作,履行老挝人民民主共和国为缔约方的国际协议和公约。

ພາສາລາວ (老挝语原文)

ມາດຕາ 7 ການຮ່ວມມືສາກົນ
ລັດ ສົ່ງເສີມການພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ກ່ຽວກັບວຽກງານແຮງງານ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ ວິທະຍາສາດ, ເຕັກໂນໂລຊີ ແລະ ຍາດແຍ່ງທຶນ ເພື່ອພັດທະນາວຽກງານແຮງງານ, ປະຕິບັດສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

第ມາດຕາ 8条

第8条. 劳动技能发展体系
劳动技能发展体系包括技能培训课程、测试、技能证书颁发和技能竞赛,由技能发展场所和全体劳动者参与。

ພາສາລາວ (老挝语原文)

ມາດຕາ 8 ລະບົບການພັດທະນາສີມືແຮງງານ
ລະບົບການພັດທະນາສີມືແຮງງານ ປະກອບດ້ວຍ ຫຼັກສູດການຝຶກສີມືແຮງງານ, ການທົດສອບ, ການອອກໃບຢັ້ງຢືນສີມືແຮງງານ ແລະ ການແຂ່ງຂັນສີມືແຮງງານ ດ້ວຍການມີສ່ວນຮ່ວມຂອງສະຖານທີ່ພັດທະນາສີມືແຮງງານ ແລະ ທົ່ວປວງແຮງງານ.

第ມາດຕາ 9条

第9条(新). 目标群体
接受劳动技能发展的目标群体如下:1. 弱势者、贫困者和残疾人;2. 无职业者、需转业者和失业者;3. 此前有实际工作经验者。

ພາສາລາວ (老挝语原文)

ມາດຕາ 9 (ໃໝ່) ກຸ່ມເປົ້າໝາຍ
ກຸ່ມເປົ້າໝາຍ ທີ່ໄດ້ຮັບການພັດທະນາສີມືແຮງງານ ມີ ດັ່ງນີ້: 1. ຜູ້ດ້ອຍໂອກາດ, ຜູ້ທຸກຍາກ ແລະ ຄົນພິການ; 2. ຜູ້ບໍ່ມີວິຊາຊີບ, ຜູ້ຕ້ອງການປ່ຽນອາຊີບ ແລະ ຜູ້ວ່າງງານ; 3. ຜູ້ມີປະສົບການເຮັດວຽກງານຕົວຈິງມາກ່ອນ.

第ມາດຕາ 10条

第10条. 劳动技能发展形式
劳动技能发展有两种形式:1. 在技能发展场所内;2. 在技能发展机构外及流动培训。

ພາສາລາວ (老挝语原文)

ມາດຕາ 10 ຮູບແບບການພັດທະນາສີມືແຮງງານ
ການພັດທະນາສີມືແຮງງານ ມີ ສອງ ຮູບແບບ ດັ່ງນີ້: 1. ຢູ່ໃນສະຖານທີ່ພັດທະນາສີມືແຮງງານ; 2. ຢູ່ນອກສະຖາບັນພັດທະນາສີມືແຮງງານ ແລະ ການຝຶກເຄື່ອນທີ່.

第ມາດຕາ 11条

第11条(新). 劳动技能发展提供者
获得许可的个人、法人和组织,可按法律规定的基本要件成为劳动技能发展提供者。

ພາສາລາວ (老挝语原文)

ມາດຕາ 11 (ໃໝ່) ຜູ້ສະໜອງການພັດທະນາສີມືແຮງງານ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດ ສາມາດເປັນຜູ້ສະໜອງການພັດທະນາສີມືແຮງງານ ຕາມປັດໄຈພື້ນຖານ ທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

第ມາດຕາ 12条

第12条(新). 劳动技能发展的基本要件
劳动技能发展须具备以下基本要件:1. 有达标的培训师及有能力、经验和专长的其他人员;2. 有管理和技能测试的规章;3. 有达标的课程。

ພາສາລາວ (老挝语原文)

ມາດຕາ 12 (ໃໝ່) ປັດໄຈພື້ນຖານ ໃນການພັດທະນາສີມືແຮງງານ
ການພັດທະນາສີມືແຮງງານ ມີ ປັດໄຈພື້ນຖານ ດັ່ງນີ້: 1. ມີຄູຝຶກທີ່ໄດ້ມາດຕະຖານ ແລະ ບຸກຄະລາກອນອື່ນ ທີ່ມີຄວາມສາມາດ, ປະສົບການ ແລະ ຄວາມຊຳນານງານ; 2. ມີລະບຽບການຄຸ້ມຄອງບໍລິຫານ ແລະ ທົດສອບສີມືແຮງງານ; 3. ມີຫຼັກສູດທີ່ໄດ້ມາດຕະຖານ.

本页展示前 12 条,全文共 181 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译