ດຳລັດ ວ່າດ້ວຍ ການແຈ້ງຊັບສິນ

关于财产申报的法令

Decree on Asset Declaration

ບົດສະຫຼຸບ

ກົດໝາຍສະບັບນີ້ (ເລກທີ 499/ລບ) ກຳນົດຫຼັກການ, ຂັ້ນຕອນ, ອົງການຮັບດຳເນີນການ, ມາດຕະການກວດກາ ແລະ ການລົງໂທດຕໍ່ການລະເມີດໃນການຊຳລະຊັບສິນ, ໜີ້ສິນ ແລະ ລາຍຮັບຂອງພະນັກງານຂອງອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ວິສາຫະກິດຂອງລັດ ແລະ ລັດຖືຫຸ້ນ, ວິສາຫະກິດຮ່ວມທຶນຂອງລັດ, ກອງທັບ ແລະ ຕຳຫຼວດ, ເພື່ອປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ເພີ່ມທະວີຄວາມໂປ່ງໃສ ແລະ ຄວາມຊື່ສັດ, ມີຜົນບັງຄັບໃຊ້ແຕ່ວັນທີ 1 ມັງກອນ 2014.

ມາດຕາ

ມາດຕາ 1

ຈຸດປະສົງ. ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ທີ່ສັງກັດຢູ່ໃນກົງຈັກການຈັດຕັ້ງ ຂອງພັກ-ລັດ, ແນວລາວລ້າງຊາດ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດ, ລັດວິສາຫະກິດປະສົມ, ລັດຮຸ້ນສ່ວນ ເພື່ອໃຫ້ການປະຕິບັດວຽກງານນີ້ ດ້ວຍຄວາມຮັບຜິດຊອບສູງ, ມີປະສິດທິຜົນ ແລະ ມີຄວາມໂປ່ງໃສ ແນໃສ່ສະກັດກັ້ນ ແລະ ຕ້ານການສໍລະບັງຫຼວງ ໃນກົງຈັກການຈັດຕັ້ງຂອງພັກ-ລັດ ແລະ ໃນການຈັດຕັ້ງທີ່ກ່າວມານັ້ນ ເພື່ອປະກອບສ່ວນເຂົ້າໃນ ການສ້າງສາ, ພັດທະນາປະເທດຊາດໃຫ້ຈະ ເລີນຮຸ່ງເຮືອງ ແລະ ສີວິໄລ.

ມາດຕາ 2

ການແຈ້ງຊັບສິນ ແລະ ລາຍຮັບ ການແຈ້ງຊັບສິນ ແລະ ໜີ້ສິນ ແມ່ນການແຈ້ງລາຍລະອຽດເປັນລາຍລັກອັກສອນ ປະເພດ ຊັບ ສິນ ແລະ ໜີ້ສິນ ຕາມແບບເອກະສານການແຈ້ງຊັບສິນ ຂອງອົງການຮັບແຈ້ງຊັບສິນ ແລະ ລາຍຮັບ ກຳນົດໄວ້. ການແຈ້ງລາຍຮັບ ໝາຍເຖິງການແຈ້ງຈຳນວນເງິນ ຫຼື ມູນຄ່າວັດຖຸທີ່ໄດ້ມາຈາກການສືບ ທອດມູນມໍລະດົກ, ເງິນເດືອນ ແລະ ອື່ນໆ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 27 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ