ດຳລັດ ວ່າດ້ວຍ ການຄຸ້ມຄອງ ການນຳເຂົ້າ-ສົ່ງອອກ ແລະ ການນຳໃຊ້ ສານເຄມີ ທີ່ທຳລາຍຊັ້ນໂອໂຊນ ເລກທີ 162/ນຍ, ລົງວັນທີ 13 ຕຸລາ 2003
关于消耗臭氧层物质进出口及使用管理法令(第162/总理号,2003年10月13日)
Decree on The Control of the Import, Export and Use of Ozone Depleting Substances No. 162/PM, Dated 13 October 2003
ບົດສະຫຼຸບ
ບົດບັນຍັດນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຄຸ້ມຄອງການນຳເຂົ້າ-ສົ່ງອອກ ແລະ ການນຳໃຊ້ສານເຄມີທີ່ທຳລາຍຊັ້ນໂອໂຊນ, ເພື່ອແນໃສ່ປົກປ້ອງສິ່ງແວດລ້ອມ, ປ້ອງກັນການເສື່ອມໂຊມຂອງຊັ້ນໂອໂຊນ, ແລະ ປະຕິບັດຕາມແຜນການແຫ່ງຊາດໃນການຫຼຸດຜ່ອນ ແລະ ຢຸດການນຳໃຊ້ສານດັ່ງກ່າວ ໂດຍອີງໃສ່ສົນທິສັນຍາມອນຣີອານ. ສານທີ່ຖືກຄວບຄຸມລວມມີ ກຸ່ມຄລໍໂຣຟລູໂອໂຣຄາບອນ, ໄຮໂດຣຄລໍໂຣຟລູໂອໂຣຄາບອນ, ຮາໂລນ ແລະ ອື່ນໆ, ໂດຍລະບຸຊະນິດສະເພາະເຊັ່ນ CFC-11, HCFCs-22, ຮາໂລນ-1211 ເປັນຕົ້ນ, ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ.
ມາດຕາ
ມາດຕາ 1
ມາດຕາ 1. ຈຸດປະສົງ
ດຳລັດສະບັບນີ້ວາງອອກເພື່ອກຳນົດຫຼັກການ, ລະບຽບການ ແລະ ບັນດາມາດຕະການອັນຈຳເປັນ
ແນໃສ່ຄຸ້ມຄອງການນຳເຂົ້າ-ສົ່ງອອກ ແລະ ການນຳໃຊ້ຈຳພວກສານເຄມີທີ່ທຳລາຍຊັ້ນໂອໂຊນ ເພື່ອປົກ
ປັກຮັກສາສິ່ງແວດລ້ອມ, ປ້ອງກັນການເສື່ອມໂຊມຂອງຊັ້ນໂອໂຊນ, ໂດຍປະຕິບັດຕາມແຜນງານແຫ່ງ
ຊາດວ່າດ້ວຍການຫຼຸດຜ່ອນ ແລະ ການເຊົາໃຊ້ສານເຄມີທີ່ທຳລາຍຊັ້ນໂອໂຊນ ພາຍໃຕ້ອະນຸສັນຍາມົງເຣ
ອານ, ຮັບປະກັນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຂະຫຍາຍຕົວຕາມແຜນການຂອງລັດຖະ
ບານ.
ມາດຕາ 2
ມາດຕາ 2. ນິຍາມ
ສານເຄມີທຳລາຍຊັ້ນໂອໂຊນແມ່ນສານທີ່ສາມາດເກີດປະຕິກິລິຍາ ກັບໂມເລກູນຂອງໂອໂຊນຢູ່ໃນ
ຊັ້ນບັນຍາກາດ.
ຈຳພວກເຄມີທີ່ທຳລາຍຊັ້ນໂອໂຊນ
ໂດຍພື້ນຖານແລ້ວແມ່ນທາດເຄມີທີ່ປະກອບດ້ວຍ
ສານຄຼໍຣີນ (Chlorinated), ຟລູອໍຣີນ (Fluorinated) ຫຼື ໂບຣມີນໄຮໂດຣຄາຣ໌ບອນ (Brominated
hydrocarbons), ຄຼໍໂຣຟລູອໍໂຣຄາຣ໌ບອນ (Chlorofluorocarbons ‘‘CFCs’’), ໄຮໂດຣໂຣຟລູອໍໂຣຄາຣ໌
ບອນ (Hydrochlorofluorocarbons ‘‘HCFCs’’), ເຮລອນ (Halons), ໄຮໂດຣໂບຣໂມຟລູອໍໂຣຄາຣ໌
ບອນ (Hydrobromofluorocarbons ‘‘HBFCs’’), ໂບຣໂມກຼໍໂຣມີເທນ (Bromochloromethane), ເມ
ທີນກລໍໂຣຟອມ (Methylchloroform), ຄາຣ໌ບອນເຕຕຣາກລໍໄຣ (Carbon tetrachloride) ແລະ ເມທີນ
ໂບຣໄມ (Methyl bromide).
ຊັ້ນໂອໂຊນແມ່ນຊັ້ນໜຶ່ງທີ່ບາງ ສາມາດພົບໄດ້ໃນຊັ້ນບັນຍາກາດ ເຊິ່ງມີການລວມຕົວກັນຂອງໂມ
ເລກູນໂອໂຊນທີ່ຢູ່ຫ່າງຈາກໜ່ວຍໂລກຂອງພວກເຮົາປະມານ 10-50 ກິໂລແມັດ, ເຊິ່ງມີໜ້າທີ່ດູູດເອົາ
ແສງລັງສີສີມ່ວງຊະນິດບີທັງໝົດທີ່ເປັນອັນຕະລາຍຈາກແສງຕາເວັນ ແລະ ສາມາດກັ່ນຕອງອາຍພິດ
ອອກຈາກແສງລັງສີສີມ່ວງຊະນິດຊີ, ສະນັ້ນຊັ້ນໂອໂຊນຈຶ່ງມີຄວາມໝາຍສຳຄັນຕໍ່ສິ່ງທີ່ມີຊີວິດໃນໂລກ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 23 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ