ຄຳແນະນຳ ວ່າດ້ວຍ ຂະບວນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຈາກໂຄງການລົງທຶນ ແລະ ກິດຈະການຕ່າງໆ
关于投资项目及各类经营活动社会与自然环境影响评估程序的指示
Instruction on the Procedure for Social and Natural Environmental Impact Assessment of Investment Projects and Business Activities
ບົດສະຫຼຸບ
ດຳລັດສະບັບນີ້ (ດຳລັດຂອງລັດຖະບານ ເລກທີ 464/ລບ) ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ນຳໃຊ້ອິນເຕີເນັດ ແລະ ຊື່ໂດເມນອິນເຕີເນັດ ໃນ ສປປ ລາວ, ກຳນົດສິດ ແລະ ໜ້າທີ່ຂອງຜູ້ໃຫ້ບໍລິການເຊື່ອມຕໍ່, ຜູ້ໃຊ້ ແລະ ຜູ້ຈົດທະບຽນ, ພ້ອມທັງໜ້າທີ່ຂອງອົງການຄຸ້ມຄອງທຸກຂັ້ນ ແລະ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ.
ມາດຕາ
ມາດຕາ 1
ຂອງ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ) ເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012 ເພື່ອແນໃສ່ເຮັດໃຫ້ທຸກໂຄງການລົງທຶນ ແລະ ກິດຈະການຕ່າງໆ ຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນການຢູ່ພາຍໃນ ສປປ ລາວ ທີ່ກໍ່ໃຫ້ເກີດ ຫລື ຈະກໍ່ໃຫ້ເກີດ ຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ໄດ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ໃນການຈັດຕັ້ງປະຕິບັດ ຂະບວນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຈາກໂຄງການລົງທຶນ ແລະ ກິດຈະການ ຕ່າງໆ ໃຫ້ໄດ້ຢ່າງມີປະສິດທິຜົນ ແລະ ຕັ້ງໜ້າປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ມີ ຄວາມຍືນຍົງ, ການຫລຸດຜ່ອນ ແລະ ສ້າງຄວາມອາດສາມາດປັບຕົວ ເຂົ້າກັບສະພາບໂລກຮ້ອນ. 1.2 ຫລັກການ ຂະບວນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຂະບວນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຕ້ອງປະຕິບັດຕາມຫລັກການ ດັ່ງນີ້: - ເຈົ້າຂອງໂຄງການ ຕ້ອງຮັບຜິດຊອບຢ່າງເຕັມສ່ວນ ໃນການດຳເນີນຂະບວນການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ໂດຍຮັບປະກັນໃຫ້ໄດ້ຮັບ ໃບຢັ້ງຢຶນກ່ຽວກັບສິ່ງແວດລ້ອມ ຮັບຮອງເອົາບົດລາຍງານ ດັ່ງກ່າວ ຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ອນ ຈະດຳເນີນການກໍ່ສ້າງ ໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ກ່າວມານັ້ນ; - ເຈົ້າຂອງໂຄງການ ຕ້ອງດຳເນີນ ຂະບວນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ໃຫ້ ຖືກຕ້ອງ ແລະ ສອດຄ່ອງ ກັບບັນດາເນື້ອໃນທີ່ໄດ້ກຳນົດໄວ້ໃນ ຄຳແນະນຳສະບັບນີ້ ລວມທັງ ບົດແນະນຳທາງດ້ານ ວິຊາການ ແລະ ລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງ; - ຂະບວນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຕ້ອງດຳເນີນການ ໂດຍ ຜູ້ບໍລິການ ດ້ານສິ່ງແວດລ້ອມ ພາຍໃນ ຫລື ຕ່າງປະເທດ ທີ່ໄດ້ສ້າງຕັ້ງ ແລະ ດຳເນີນການ ສອດຄ່ອງກັບ ກົດໝາຍ ວ່າດ້ວຍ ການ
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 4 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ