ຄຳແນະນຳ ວ່າດ້ວຍ ຂະບວນການສຶກສາເບື້ອງຕົ້ນ ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ ຈາກໂຄງການລົງທຶນ ແລະ ກິດຈະການຕ່າງໆ (ເລກທີ 8029/ກຊສ)

关于投资项目及各类经营活动环境影响初步研究流程的指导意见(第8029/自然资源与环境部号)

Guidance on the Preliminary Environmental Impact Study Process for Investment Projects and Business Activities (No. 8029/MONRE)

ບົດສະຫຼຸບ

ຄຳແນະນຳສະບັບນີ້ອອກໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 17 ທັນວາ 2013, ກຳນົດຂັ້ນຕອນການສຶກສາຜົນກະທົບສິ່ງແວດລ້ອມເບື້ອງຕົ້ນສຳລັບໂຄງການລົງທຶນ ແລະ ກິດຈະກຳຕ່າງໆ ທັງພາກລັດ ແລະ ເອກະຊົນ, ພາຍໃນ ແລະ ຕ່າງປະເທດ.

ມາດຕາ

ມາດຕາ 1

ພາກທີ 1 ຈຸດປະສົງ ແລະ ຫຼັກການ
1.1 ຈຸດປະສົງຂອງຄຳແນະນຳນີ້
ຄຳແນະນຳນີ້ມີຈຸດປະສົງເພື່ອຈັດຕັ້ງປະຕິບັດ ແລະ ລະອຽດເນື້ອໃນທີ່ກຳນົດໄວ້ໃນມາດຕາ 21 ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ) (ເລກທີ 29/ສພຊ, ວັນທີ 18 ທັນວາ 2012) ເພື່ອໃຫ້ບັນດາໂຄງການລົງທຶນ ແລະ ກິດຈະກຳທຸລະກິດທີ່ດຳເນີນຢູ່ພາຍໃນ ສປປ ລາວ ທັງພາກລັດ ແລະ ເອກະຊົນ, ພາຍໃນ ແລະ ຕ່າງປະເທດ ທີ່ມີຜົນກະທົບ ຫຼື ຈະມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ສາມາດດຳເນີນຂັ້ນຕອນການສຶກສາຜົນກະທົບສິ່ງແວດລ້ອມເບື້ອງຕົ້ນຢ່າງເປັນເອກະພາບ ແລະ ມີປະສິດທິຜົນໃນທົ່ວປະເທດ, ເພື່ອປະກອບສ່ວນຢ່າງແທ້ຈິງໃນການພັດທະນາແບບຍືນຍົງທາງດ້ານເສດຖະກິດ-ສັງຄົມຂອງຊາດ ແລະ ຫຼຸດຜ່ອນ ແລະ ເພີ່ມທະວີຄວາມສາມາດໃນການປັບຕົວຕໍ່ສະພາບການປ່ຽນແປງດິນຟ້າອາກາດໂລກ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 24 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ