ດຳລັດ ວ່າດ້ວຍ ປ່າປ້ອງກັນ ເລກທີ 333/ນຍ, ລົງວັນທີ 19 ກໍລະກົດ 2010

关于防护林的法令 第333/总理号,2010年7月19日

Decree on the Protection Forest No. 333/PM, dated 19 July 2010

ບົດສະຫຼຸບ

ບົດບັນຍັດນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າປ້ອງກັນແບບຍືນຍົງ ເພື່ອຮັກສາຄວາມອຸດົມສົມບູນຂອງປ່າປ້ອງກັນ ແລະ ດິນປ່າ, ຮັບປະກັນການປົກປັກຮັກສາສິ່ງແວດລ້ອມ, ຮັກສາແຫຼ່ງນ້ຳ, ປ້ອງກັນການເຊາະເຈື່ອນຂອງດິນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ປ່າປ້ອງກັນກວມເອົາເຂດຕົ້ນນ້ຳ, ແຄມຝັ່ງແມ່ນ້ຳ, ລຽບຕາມເສັ້ນທາງ ແລະ ອື່ນໆ, ມີເນື້ອທີ່ທັງໝົດ 8 ລ້ານ 2 ແສນເຮັກຕາ, ພ້ອມທັງກຳນົດຄຳນິຍາມຂອງຄຳສັບທີ່ກ່ຽວຂ້ອງຢ່າງຈະແຈ້ງ.

ມາດຕາ

ມາດຕາ 1

ມາດຕາ1. ຈຸດປະສົງ
ດຳລັດສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການປົກ
ປັກຮັກສາ, ການພັດທະນາ ແລະ ການນຳໃຊ້ປ່າປ້ອງກັນແບບຍືນຍົງ, ແນໃສ່ເຮັດໃຫ້ປ່າປ້ອງກັນ ແລະ
ທີ່ດິນປ່າປ້ອງກັນ ມີຄວາມອຸດົມສົມບູນ ຮັບປະກັນການປົກປັກຮັກສາສິ່ງແວດລ້ອມ, ຮັກສາແຫຼ່ງນໍ້າ, ປ້ອງ
ກັນການເຊາະເຈື່ອນ ແລະ ຮັກສາຄຸນນະພາບຂອງດິນ, ເຂດຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ ລວມທັງການຟື້ນຟູບູລະນະ, ການຊຸກຍູ້, ຕິດຕາມ, ກວດກາ ແລະ ການປະເມີນຜົນ
ການຈັດຕັ້ງປະຕິບັດ ເພື່ອປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ
ແລະ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ມາດຕາ 2

ມາດຕາ2. ປ່າປ້ອງກັນ
ປ່າປ້ອງກັນຂອງ ສປປລາວ ແມ່ນປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ໄດ້ກຳນົດໄວ້ຢູ່ ເຂດຍອດນໍ້າ, ແຫຼ່ງນໍ້າ,

ເຂດປ່າໂຄກ, ບໍລິເວນປ່າແຄມນໍ້າ, ປ່າແຄມທາງ, ລວມທັງປ່າໄມ້ທີ່ມີຢູ່ໃນ ແລະ ປ່າອ້ອມຕົວເມືອງ,
ເທດສະບານ ຫຼືຊານເມືອງ, ປ່າສັກສິດ ແລະ ປ່າຊ້າຂອງບ້ານ. ປ່າປ້ອງກັນມີເນື້ອທີ່ທັງໝົດ
8.200.000 ເຮັກຕາ(ແປດລ້ານສອງແສນເຮັກຕາ) ຊຶ່ງໄດ້ກຳນົດໄວ້ ເພື່ອຮັກສາແຫລ່ງນໍ້າ, ປົກປັກ
ຮັກສາສິ່ງແວດລ້ອມທຳມະຊາດ, ປ້ອງກັນການເຊາະເຈື່ອນຂອງດິນ, ປ້ອງກັນໄພທຳມະຊາດ, ນຳໃຊ້ເປັນ
ເຂດຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະອື່ນໆຕາມທີ່ໄດ້ຈັດສັນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 33 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ