ກົດໝາຍວ່າດ້ວຍ ສັງຄົມສົງເຄາະ

社会救助法

Social Assistance Law

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຊ່ວຍເຫຼືອສັງຄົມ (socialassist) ເຊິ່ງປະກອບດ້ວຍ 62 ມາດຕາ.

ມາດຕາ

ມາດຕາ 1

ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ,
ຕິດຕາມ ກວດກາ ວຽກງານສັງຄົມສົ່ງເຄາະ ເພື່ອເຮັດໃຫ້ວຽກງານດັງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີ
ປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຮັບປະກັນໃຫ້ເປົ້າໜາຍສັງຄົມສົງເຄາະ ໄດ້ຮັບການຊ່ວຍເຫຼືອ ແລະ
ການບໍລິການ ເພື່ອແກ້ໄຂຊີວິດການເປັນຢູ່ທາງດ້ານ ວັດຖຸ, ຈິດໃຈ, ປົກປ້ອງເປົ້າຫາຍສັງຄົມສົງເຄາະ ແລະ
ສ້າງເງື່ອນໄຂການດຳລົງຊີວິດຂັ້ນພື້ນຖານ ໃຫ້ທົ່ວເຖິງ, ເປັນທຳ, ສ້າງສັງຄົມສາມັກຄືປອງດອງ, ຍຸຕິທຳ ແລະ
ສີວິໄລ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ
ຂອງຊາດ.

ມາດຕາ 2

ມາດຕາ 2 ສັງຄົມສົງເຄາະ
ສັງຄົມສົງເຄາະ ແມ່ນ ການໃຫ້ ການຊ່ວຍເຫຼືອ, ການບໍລິການ ທາງດ້ານ ວັດຖຸ, ຈິດໃຈ ແລະ
ການພັດທະນາ ເປົາໜາຍສັງຄົມສົງເຄາະ ເປັນຕົນ ດ້ານ ການອຸປະໂພກ, ການບໍລິໂພກ, ທີຢູ່ອາໄສ, ການແພດ,
ກົດໝາຍ, ການສຶກສາ, ການຝຶກອົບຮົມວິຊາຊີບ ແລະ ການພັດທະນາສີມືແຮງງານ ໃຫ້ສາມາດດຳລົງຊີວິດຂັນ
ພຶ້ນຖານ ແລະ ມີຊີວິດການເປັນຢູ່ດີຂຶນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 62 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ