ກົດໝາຍວ່າດ້ວຍ ພະນັກງານໄອຍະການ

检察人员法

Law on Prosecutors

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈຳແນກບຸກຄົນ (proscperson) ເຊິ່ງປະກອບດ້ວຍ 68 ມາດຕາ.

ມາດຕາ

ມາດຕາ 1

ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ,
ການເຄື່ອນໄຫວ, ການແຕ່ງຕັ້ງ, ການເລື່ອນຂັ້ນ, ການປົດຂັ້ນ, ການຍົກຍ້າຍ ແລະ ການສັບປ່ຽນປ່ອນປະຈຳ
ການ ຂອງພະນັກງານໄອຍະການ, ການປະຕິບັດນະໂຍບາຍ, ການຕິດຕາມກວດກາ ແລະ ການປະເມີນຜົນ
ເພື່ອເຮັດໃຫ້ພະນັກງານໄອຍະການ ມືຄວາມຈົງຮັກພັກດີ, ມີຄຸນສົມບັດ ສິນທຳປະຕິວັດ, ມີຄວາມສັດຊື່ບໍລິສູດ,
ມີຈັນຍາບັນ, ຈັນຍາທຳ ແນໃສ່ຮັບປະກັນ ການສັງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ ແລະ ການຕິດຕາມ
ກວດກາການປະຕິບັດກົດໝາຍ ໃນການດຳເນີນຄະດີຕາມຂະບວນຍຸຕິທຳຂອງ ອົງການສືບສວນ-ສອບສວນ,
ສານປະຊາຊົນ, ອົງການປະຕິບັດຄຳຕັດສີນຂອງສານ ໃຫ້ມີຄວາມ ວ່ອງໄວ, ໂປ່ງໃສ. ຖືກຕ້ອງ, ຄົບຖ້ວນ,
ພາວະວິໄສ. ປະກອບສ່ວນເຮັດໃຫ້ສັງຄົມ ມີຄວາມສະຫງໍບ ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ.

ມາດຕາ 2

ມາດຕາ 2 ພະນັກງານໄອຍະການ
ພະນັກງານໄອຍະການ ແມ່ນ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃຫ້ປະຕິບັດຫ້າທີ. ຕິດຕາມກວດກາ, ສອບສວນ ແລະ
ເຂົາຮ່ວມປະຊຸມສານ ຕາມກົດໝາຍ ແລະ ຕາມການມອບໜາຍ.
ພະນັກງານໄອຍະການ ມື ພະນັກງານໄອຍະການປະຊາຊົນ ແລະ ພະນັກງານໄອຍະການທະຫານ.

ມາດຕາ 3

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ ໃນກົດໝາຍສະບັບນີ້ ມີຄວາມຫາາຍ ຕັ້ງນີ້:
1. ຄະນະກຳມະການ ໜາຍເຖິງ ຄະນະກຳມະການສອບເສັງ, ຄະນະກຳມະການປະເມີນຜົນ., ຄະນະ
ກຳມະການບະເມີນຜົນງານ ແລະ ຄະນະກຳມະການຕິດຕາມກວດກາ;
2. ການປະເມີນຜົນ ບນາຍເຖິງ ການປະເມີນການປະຕິບັດຫ້າທີ່ຂອງພະນັກງານໄອຍະການ ທີ່ດຳລົງ
ຕຳແຫ່ງບໍລິຫານ ປະເພດ 2 ເພື່ອພິຈາລະນາແຕ່ງຕັງ ເປັນພະນັກງານໄອຍະການ ຂັ້ນ |;
3. ການປະເມີນຜົນງານ ບນາຍເຖິງ ການປະເມີນການເຄື່ອນໄຫວວຽກງານປະຈຳປື ຂອງພະນັກງານ
ໄອຍະການ ເພື່ອປະຕິບັດນະໂຍບາຍຕາມກົດພາຍ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 68 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ