17 ດຳລັດ-ວ່າດ້ວຍການຈົດທະບຽນເອກະສານ

关于文件登记的法令

Decree on Document Registration

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດລະບຽບການຈົດທະບຽນເອກະສານ ເພື່ອແນໃສ່ເກັບກຳຂໍ້ມູນສະຖິຕິການເຄື່ອນໄຫວດ້ານເສດຖະກິດ ແລະ ສັງຄົມ ໃຫ້ຄວາມຖືກຕ້ອງຕາມກົດໝາຍຂອງເອກະສານ ຮັບປະກັນການເກັບຮັກສາເອກະສານ ແລະ ສ້າງລາຍຮັບໃຫ້ແກ່ລັດ. ເອກະສານທີ່ກ່ຽວຂ້ອງກັບການໂອນສິດຄອງຊັບ ສິດນຳໃຊ້ຊັບສິນ ການໃຫ້ສິດແກ່ບຸກຄົນ ຫຼື ນິຕິບຸກຄົນ ຂໍ້ກຳນົດຂອງບໍລິສັດ ແລະ ອົງການຈັດຕັ້ງ ສັນຍາ ຄຳຕັດສິນຂອງສານທາງແພ່ງ ແລະ ອື່ນໆ ລ້ວນແຕ່ຕ້ອງດຳເນີນການຈົດທະບຽນຕາມກົດໝາຍ. ເອກະສານທີ່ໄດ້ຈົດທະບຽນແລ້ວ ມີຄຸນຄ່າທາງກົດໝາຍ ຈົນກວ່າຈະມີຫຼັກຖານສະແດງໃຫ້ເຫັນເປັນຢ່າງອື່ນ. ເອກະສານທີ່ຍື່ນເພື່ອຈົດທະບຽນຕ້ອງເປັນໄປຕາມຂໍ້ກຳນົດຂອງກົດໝາຍ ແລະ ຜ່ານການຮັບຮອງຈາກອົງການທີ່ມີສິດອຳນາດທີ່ກ່ຽວຂ້ອງ.

ມາດຕາ

ມາດຕາ 1

ມາດຕາ 1 : ການຈົດທະບຽນເອກະສານ ແມ່ນການຈົດເນື້ອໃນຫຍໍ້ຂອງເອກະສານ ເຂົ້າ
ໃນປຶ້ມທະບຽນ ເພື່ອຈຸດປະສົງ :
-
ເກັບກຳສະຖິຕິການເຄື່ອນໄຫວທາງເສດຖະກິດ ແລະສັງຄົມ;
-
ເຮັດໃຫ້ເອກະສານມີຄຸນຄ່າທາງດ້ານກົດຫມາຍ;
-
ຮັບປະກັນການປົກປັກຮັກສາເອກະສານ ເພື່ອຄວາມສະດວກໃຫ້ແກ່ການແກ້ໄຂຄະດີ;
-
ສ້າງລາຍຮັບເຂົ້າງົບປະມານ ແນ່ໃສ່ຮັບໃຊ້ພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ.

ມາດຕາ 2

ມາດຕາ 2 : ເພື່ອໃຫ້ມີຜົນສັກສິດ ແລະຄຸນຄ່າທາງດ້ານກົດຫມາຍເອກະສານທຸກສະນິດ ກ່ຽວ
ກັບການໂອນກຳມະສິດ, ຊົມໃຊ້ຊັບ, ການໃຫ້ສິດແກ່ບຸກຄົນ ຫລືນິຕິບຸກຄົນ, ກົດລະບຽບຂອງບໍລິສັດ ແລະ
ອົງການຈັດຕັ້ງຕ່າງໆ, ສັນຍາ, ຄຳຕັດສິນຂອງສານແພ່ງ ລ້ວນແຕ່ຕ້ອງໄດ້ຈົດທະບຽນ. ເອກະສານທີ່
ໄດ້ຜ່ານການຈົດທະບຽນແລ້ວນັ້ນ ແມ່ນມີຄຸນຄ່າທາງດ້ານກົດຫມາຍ ຈົນກວ່າຈະມີຫລັກຖານກົງກັນຂ້າມ.

ມາດຕາ 3

ມາດຕາ 3 : ເອກະສານທີ່ນຳມາຈົດທະບຽນນັ້ນ ຕ້ອງໃຫ້ຖືກຕ້ອງຕາມລະບຽບກົດຫມາຍ ແລະ
ໄດ້ຜ່ານການຢັ້ງຢືນຈາກອົງການທີ່ມີສິດຫນ້າທີ່ກ່ຽວຂ້ອງ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 32 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ