15 ກົດໝາຍວ່າດວ້ຍ ການພັດທະນາ ແລະປົກປ້ອງແມ່ຍິງ

妇女发展与保护法

Law on the Development and Protection of Women

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດການສະໜັບສະໜູນ ແລະ ຍົກສູງຖານະ ແລະ ບົດບາດຂອງແມ່ຍິງ, ກຳນົດເນື້ອໃນພື້ນຖານ ແລະ ມາດຕະການໃນການພັດທະນາແມ່ຍິງ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ພ້ອມທັງກຳນົດພາລະບົດບາດຂອງລັດ, ສັງຄົມ ແລະ ຄອບຄົວທີ່ມີຕໍ່ແມ່ຍິງ, ເພື່ອແນໃສ່ເສີມຂະຫຍາຍຄວາມຮູ້ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ລົບລ້າງການຈຳແນກຕໍ່ແມ່ຍິງໃນທຸກຮູບແບບ, ປ້ອງກັນ ແລະ ຕ້ານການຄ້າມະນຸດຍິງ-ເດັກ, ຕ້ານຄວາມຮຸນແຮງໃນຄອບຄົວ, ສ້າງເງື່ອນໄຂໃຫ້ແມ່ຍິງເຂົ້າຮ່ວມການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ແມ່ຍິງມີບົດບາດໃນຂົງເຂດການເມືອງ, ເສດຖະກິດ-ສັງຄົມ, ການປົກປ້ອງສິ່ງແວດລ້ອມ, ການປ້ອງກັນຊາດ-ປົກປັກຮັກສາຄວາມສະຫງົບ, ການຕ່າງປະເທດ ແລະ ການຮັກສາມູນມໍລະດົກຂອງຊາດ, ລັດປະຕິບັດນະໂຍບາຍພັດທະນາ, ສົ່ງເສີມຄວາມກ້າວໜ້າ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ສັງຄົມຕ້ອງເຂົ້າຮ່ວມຈັດຕັ້ງປະຕິບັດຕາມກົດໝາຍ.

ມາດຕາ

ມາດຕາ 1

ມາດຕາ 1.
ຈຸດປະສົງ
ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ວາງອອກເພື່ອຮອງຮັບ
ແລະ ຍົກສູງຖານະບົດບາດຂອງແມ່ຍິງ; ກຳນົດເນື້ອໃນພື້ນຖານ, ມາດຕະການ ຂອງ
ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ຄວາມຮັບຜິດຊອບ
ຂອງລັດ, ສັງຄົມ ແລະຄອບຄົວ ຕໍ່ແມ່ຍິງ ແນໃສ່ສົ່ງເສີມຄວາມຮູ້ຄວາມສາມາດ, ຄຸນສົມ
ບັດສິນທຳປະຕິວັດ, ຄວາມສະເໝີພາບ ຍິງ-ຊາຍ, ລົບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ,
ສະກັດກັ້ນ ແລະຕ້ານການຄ້າແມ່ຍິງ ແລະເດັກ ນ້ອຍ, ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ແລະເດັກນ້ອຍໃນຄອບຄົວ, ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ເຂົ້າ ຮ່ວມ ແລະເປັນກຳລັງແຮງ ໃນການ
ປົກປັກຮັກສາ ແລະພັດທະນາປະເທດຊາດ.

ມາດຕາ 2

ມາດຕາ 2.
ບົດບາດຂອງແມ່ຍິງ
ແມ່ຍິງໄດ້ຮ່ວມກັບເພດຊາຍໃນການຕໍ່ສູ້ແລະເສຍສະຫລະໃນພາລະກິດຕໍ່ສູ້ເພື່ອ
ຄວາມເປັນເອກະລາດແຫ່ງຊາດ.
ແມ່ຍິງມີບົດບາດໃນທຸກຂົງເຂດວຽກງານທາງດ້ານການເມືອງ,
ເສດຖະກິດ-ສັງຄົມ,
ການປົກປັກຮັກສາສິ່ງແວດລ້ອມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະ
ເທດ, ການອະນຸລັກຮັກສາ ແລະເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ
ສິ່ງທີ່ເປັນເອກກະລັກຂອງແມ່ຍິງລາວ.
ແມ່ຍິງມີບົດບາດຮ່ວມກັບຄອບຄົວໃນການພັດທະນາ, ເບິ່ງແຍງ, ລ້ຽງດູ ແລະສຶກສາ
ອົບຮົມສະມາຊິກຄອບຄົວໃຫ້ເປັນພົນລະເມືອງດີຂອງຊາດ.

ມາດຕາ 3

ມາດຕາ 3.
ນະໂຍບາຍຕໍ່ແມ່ຍິງ
ລັດມີນະໂຍບາຍພັດທະນາ, ສົ່ງເສີມຄວາມກ້າວໜ້າ, ປົກປ້ອງສິດ ແລະ ຜົນປະ
ໂຫຍດອັນ ຊອບທຳຂອງແມ່ຍິງ ດ້ວຍການສ້າງທຸກເງື່ອນໄຂໃຫ້ແມ່ຍິງມີສຸຂະພາບແຂງແຮງ,
ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ, ມີວຽກເຮັດງານທຳ ແລະ ມີສິດ
ເທົ່າທຽມກັບເພດຊາຍ ໂດຍ ບໍ່ຈຳແນກຖານະທາງດ້ານການເມືອງ, ເສດຖະກິດ, ວັດທະ
ນະທຳ-ສັງຄົມ ແລະ ຄອບຄົວ.
ສັງຄົມຕ້ອງເຂົ້າຮ່ວມໃນການປະຕິບັດນະໂຍບາຍຂອງລັດຕໍ່ແມ່ຍິງຕາມທີ່ກຳນົດໄວ້
ໃນລະບຽບ ກົດໝາຍ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 54 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ