14 ກົດໝາຍວ່າດວ້ຍ ກຳມະບານລາວ

老挝工会法

Law on Lao Trade Unions

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆຂອງອົງການສະຫະພັນກຳມະບານລາວ ເພື່ອສົ່ງເສີມວຽກງານສະຫະພັນກຳມະບານໃຫ້ຂະຫຍາຍຕົວເຂັ້ມແຂງ, ເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ ແລະ ຜູ້ອອກແຮງງານທົ່ວໄປ. ອົງການສະຫະພັນກຳມະບານລາວ ແມ່ນອົງການຈັດຕັ້ງມະຫາຊົນທີ່ຢູ່ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກ, ຜູ້ອອກແຮງງານ ແລະ ຜູ້ອອກແຮງງານທົ່ວໄປ, ພ້ອມທັງກຳນົດຄຳນິຍາມຂອງຄຳວ່າ ສະຫະພັນກຳມະບານ, ຂໍ້ຂັດແຍ່ງດ້ານແຮງງານ, ໜ່ວຍງານແຮງງານ ແລະ ອື່ນໆ, ເພື່ອແນໃສ່ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ມາດຕາ

ມາດຕາ 1

ມາດຕາ 1.
ຈຸດປະສົງ
ກົດໝາຍວ່າດ້ວຍກຳມະບານລາວສະບັບນີ້ກຳນົດຫຼັກການ, ລະບຽບການ, ມາດຕະ
ການຕ່າງໆ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນກຳມະບານ ເພື່ອເຮັດໃຫ້
ວຽກງານກຳມະບານ ມີການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ, ມີຄວາມໜັກແໜ້ນ, ເຂັ້ມ
ແຂງ ເພື່ອເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະກອນ,
ຊາວຜູ້ອອກແຮງງານ -ແນໃສ່ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດ
ຊາດ.

ມາດຕາ 2

ມາດຕາ 2.
ກຳມະບານລາວ
ກຳມະບານລາວ ແມ່ນ ອົງການຈັດຕັ້ງມະຫາຊົນໜຶ່ງທີ່ກວ້າງຂວາງ ໃນລະບົບການເມືອງ
ຂອງລະບອບປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນ ປະຕິວັດລາວ ເປັນແກນນຳ, ເປັນຕົວ
ແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກກຳມະບານ, ກຳມະ
ກອນ ແລະ ຊາວຜູ້ອອກແຮງງານ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 53 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ