11 ກົດໝາຍວ່າດວ້ຍ ສື່ມວນຊົນ

大众传媒法

Law on Mass Media

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການຈັດຕັ້ງ, ການເຄື່ອນໄຫວ, ການພັດທະນາ, ການຄຸ້ມຄອງ ແລະ ການກວດກາສື່ມວນຊົນ, ເພື່ອແນໃສ່ຂະຫຍາຍບົດບາດຂອງສື່, ຍົກສູງຄຸນນະພາບ, ຮັບປະກັນສິດເສລີພາບດ້ານສື່ມວນຊົນຂອງພົນລະເມືອງ. ສື່ມວນຊົນປະກອບດ້ວຍສື່ພິມ, ສື່ເອເລັກໂຕຣນິກ ແລະ ຜະລິດຕະພັນຕ່າງໆ, ເປັນເຄື່ອງມືຂອງພັກ, ລັດ ແລະ ສັງຄົມ, ເຜີຍແຜ່ກົດໝາຍ ແລະ ລະບຽບການ, ໃຫ້ຂໍ້ມູນຂ່າວສານ, ຕ້ານປະກົດການທີ່ບໍ່ດີ. ນຳໃຊ້ກັບທຸກປະເພດສື່ ແລະ ຜະລິດຕະພັນ, ກຳນົດຄຳນິຍາມຂອງບັນນາທິການ, ນັກຂ່າວ ແລະ ອື່ນໆ, ຄຸ້ມຄອງການເຜີຍແຜ່ທາງອິນເຕີເນັດ ແລະ ເວັບໄຊຕ໌.

ມາດຕາ

ມາດຕາ 1

ມາດຕາ 1. ຈຸດປະສົງ
ກົດໝາຍວ່າດ້ວຍສື່ມວນຊົນ ກຳນົດ ຫລັກການ, ລະບຽບການ ແລະ ມາດຕະການຕ່າງໆ- ກ່ຽວ-
ກັບການຈັດຕັ້ງ, ການເຄື່ອນໄຫວ, ການພັດທະນາ, ການຄຸ້ມຄອງ-, ການກວດກາ ສື່ມວນຊົນ ເພື່ອເສີມ
ຂະຫຍາຍບົດບາດ, ຍົກສູງຄຸນນະພາບ ຂອງສື່ມວນຊົນ ແລະ ຮັບປະກັນການປະຕິບັດສິດເສລີພາບ
ດ້ານສື່ມວນຊົນຂອງພົນລະເມືອງ -ແນໃສ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະ
ນາ ປະເທດຊາດ.

ມາດຕາ 2

ມາດຕາ 2. ສື່ມວນຊົນ

ສື່ມວນຊົນ ແມ່ນ ເວທີຖະແຫລງຂ່າວ ທີ່ປະກອບດ້ວຍ ສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ຜະ
ລິດຕະພັນສື່ມວນຊົນ, ມີພາລະບົດບາດ ເປັນກະບອກສຽງຂອງອົງການຈັດຕັ້ງ ຂອງພັກ, ລັດ ແລະ ສັງ
ຄົມ -ໃນການໂຄສະນາ, ສຶກສາອົບຮົມ- ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມນ້ຳ-
ໃຈຮັກຊາດ, -ສະໜອງຂໍ້ມູນ, ຂ່າວສານທາງດ້ານ ການເມືອງ, ເສດຖະກິດ-ສັງຄົມ, ວິທະຍາສາດ,
ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງ- ໃຫ້ແກ່ສັງຄົມ, ປະກອບສ່ວນຕ້ານປາກົດການຫຍໍ້ທໍ້-
ໃນສັງຄົມ, ຖ້ອຍທຳນອງທີ່ບິດເບືອນຄວາມຈິງ , ເປັນເວທີເສີມຂະຫຍາຍປະຊາທິປະໄຕ ແລະ ສິດ
ເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 66 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ