5 ກົດໝາຍວ່າດ້ວຍ ແນວລາວສ້າງຊາດ

老挝建国阵线法

Law on the Lao Front for National Development

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາຂອງແນວລາວສ້າງຊາດ, ເພື່ອແນໃສ່ສາມັກຄີປະຊາຊົນທຸກໆເຜົ່າພາຍໃນ ແລະ ຕ່າງປະເທດ, ປຸກລະດົມຈິດໃຈຮັກຊາດ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ແນວລາວສ້າງຊາດແມ່ນອົງການຈັດຕັ້ງພັນທະມິດທາງດ້ານການເມືອງຂອງປະຊາຊົນລາວທັງປວງ, ປະກອບດ້ວຍການສົມທົບແບບສະໝັກໃຈຂອງປະຊາຊົນທຸກຊັ້ນຄົນ, ທຸກເຜົ່າ, ທຸກສາສະໜາ ແລະ ຊາວລາວທີ່ອາໄສຢູ່ຕ່າງປະເທດ, ສືບທອດມູນມໍລະດົກຂອງແນວຮັກຊາດ, ແລະ ກຳນົດຄຳນິຍາມທີ່ກ່ຽວຂ້ອງກັບສະມາຊິກ, ພັນທະມິດທາງດ້ານການເມືອງ ແລະ ຄະນະກຳມະການຕ່າງໆໃນທຸກຂັ້ນ.

ມາດຕາ

ມາດຕາ 1

ມາດຕາ 1. ຈຸດປະສົງ
ກົດໝາຍ ວ່າດ້ວຍ -ແນວລາວສ້າງຊາດ -ກຳນົດ- ຫລັກການ, ລະບຽບການ, ມາດຕະການ- ກ່ຽວ-
ກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ -ແລະ ການກວດກາ ຂອງແນວລາວສ້າງຊາດ ເພື່ອ
ຮັບປະກັນ ການປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ -ໃຫ້ມີປະສິດທິຜົນສູງ ແນໃສ່-
ເຕົ້າໂຮມຄວາມສາມັກຄີ-, ປຸກລະດົມຄວາມຕື່ນຕົວ, ນ້ຳໃຈຮັກຊາດ, ຮັກລະບອບໃໝ່ຂອງປະຊາຊົນ-
ລາວບັນດາເຜົ່າ ຢູ່ພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດ -ໃຫ້ມີຄວາມເຂັ້ມແຂງ, -ຮັ່ງມີ-, ສີວິໄລ -ແລະ ຍຸຕິທຳ.

ມາດຕາ 2

ມາດຕາ 2.
ແນວລາວສ້າງຊາດ
ແນວລາວສ້າງຊາດ -ແມ່ນ -ອົງການຈັດຕັ້ງສຳພັນທາງການເມືອງຂອງທົ່ວສັງຄົມ-, -ເປັນສະ
ຫະພັນສະໝັກໃຈ ທີ່ສ້າງຂຶ້ນບົນພື້ນຖານຄວາມຕື່ນຕົວ ຂອງອົງການຈັດຕັ້ງການເມືອງ, ອົງການຈັດ
ຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ -ແລະ- ບຸກຄົນທີ່ເປັນຕົວແທນ ໃຫ້ແກ່ຊົນຊັ້ນ, ຊັ້ນຄົນ,
ຊົນເຜົ່າ, ສາສະໜາ-, -ເພດ-, ໄວ ລວມທັງ- ຕົວແທນຊາວລາວ- ທີ່ດຳລົງຊີວິດຢູ່ຕ່າງປະເທດ.
-ແນວລາວສ້າງຊາດ ສືບທອດ- -ແລະ -ເສີມຂະຫຍາຍມູນເຊື້ອ ອັນສະຫງ່າລາສີຂອງແນວລາວ-
ອິດສະລະ -ແລະ -ແນວລາວຮັກຊາດ -ຊຶ່ງໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ -ເຂົ້າ
ໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ -ແລະ ການປະຕິບັດສອງໜ້າທີ່ຍຸດທະສາດໃນປັດຈຸບັນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 48 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ