2 ກົດໝາຍວ່າດ້ວຍ ຊາວໜຸ່ມປະຊາຊົນ ປະຕິວັດລາວ
老挝人民革命青年团法
Law on the Lao People's Revolutionary Youth
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາ, ຕິດຕາມວຽກງານຂອງຊາວໜຸ່ມປະຊາຊົນປະຕິວັດລາວ, ເພື່ອຮັບປະກັນໃຫ້ສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມລາວທຸກເຜົ່າສາມາດນຳໃຊ້ສິດ, ປະຕິບັດໜ້າທີ່, ພາລະກິດ ແລະ ຄວາມຮັບຜິດຊອບຂອງຕົນຢ່າງມີປະສິດທິພາບ, ຍົກສູງຄວາມຮັບຜິດຊອບຂອງລັດ, ສັງຄົມ ແລະ ຄອບຄົວຕໍ່ການພັດທະນາ ແລະ ປົກປ້ອງຊາວໜຸ່ມ, ໂດຍມີຈຸດປະສົງເພື່ອສ້າງອົງການຊາວໜຸ່ມໃຫ້ເຂັ້ມແຂງ, ເຂົ້າຮ່ວມການສຶກສາອົບຮົມ ແລະ ຮຸກຮານກຳລັງແຮງງານຊາວໜຸ່ມ, ໃຫ້ກາຍເປັນຜູ້ສືບທອດວຽກງານປະຕິວັດຂອງພັກ ແລະ ລັດ, ພ້ອມທັງປະຕິບັດພາລະກິດຍຸດທະສາດສອງປະການຂອງການປົກປ້ອງ ແລະ ສ້າງສາປະເທດຊາດ.
ມາດຕາ
ມາດຕາ 1
ມາດຕາ 1. ຈຸດປະສົງ
ກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກຳນົດ ຫລັກການ, ລະບຽບການ, ມາດ
ຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມ, ກວດກາວຽກງານຂອງ
ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ
ເພື່ອຮັບປະກັນໃຫ້ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ
ແລະ ຊາວໜຸ່ມລາວບັນດາເຜົ່າ ໄດ້ປະຕິບັດ ສິດ, ໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງຕົນ ຢ່າງມີ
ປະສິດທິຜົນ, ຍົກສູງຄວາມຮັບຜິດຊອບຂອງລັດ, ສັງຄົມ, ຄອບຄົວ ຕໍ່ການພັດທະນາ -ແລະ ປົກປ້ອງ- ຊາວ
ໜຸ່ມ -ແນໃສ່ສ້າງຄະນະຊາວໜຸ່ມ ໃຫ້ກາຍເປັນອົງການຈັດຕັ້ງທີ່ເຂັ້ມແຂງ ປະກອບສ່ວນເຂົ້າໃນການສຶກສາ
ອົບຮົມ ແລະ ເຕົ້າໂຮມກຳລັງຊາວໜຸ່ມ ໃຫ້ກາຍເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ, ຂອງຊາດ ແລະ
ຕັ້ງໜ້າປະຕິບັດ ສອງໜ້າທີ່ຍຸດທະສາດ ຄືປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ປະຊາຊົນ ຮັ່ງມີ,
ຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ມາດຕາ 2
ມາດຕາ 2. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ
ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນ ການຈັດຕັ້ງຂອງຊາວໜຸ່ມລາວຜູ້ຫ້າວຫັນ, ດີເດັ່ນ,
ໄດ້ຜ່ານການຝຶກຝົນຫລໍ່ຫລອມຈາກ ຂະບວນການຂອງມະຫາຊົນ, ເປັນອົງການຈັດຕັ້ງມະຫາຊົນໜຶ່ງ ໃນ
ລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ທີ່ມີພັກປະຊາຊົນ ປະຕິວັດລາວ ເປັນແກນນຳ.
ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຂຽນອັກສອນຫຍໍ້ວ່າ: “ ຄຊປປລ”.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 55 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ