37 ກົດໝາຍວ່າດວ້ຍ-ການທ່ອງທ່ຽວ

旅游法

Law on Tourism

ບົດສະຫຼຸບ

ກົດໝາຍວ່າດ້ວຍການທ່ອງທ່ຽວກຳນົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆທີ່ກ່ຽວຂ້ອງກັບອົງການຈັດຕັ້ງ, ກິດຈະກຳ ແລະ ການຄຸ້ມຄອງການທ່ອງທ່ຽວ, ເພື່ອແນໃສ່ສົ່ງເສີມການພັດທະນາແບບຍືນຍົງຂອງການທ່ອງທ່ຽວວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ, ໃຫ້ກາຍເປັນອຸດສາຫະກຳການທ່ອງທ່ຽວທີ່ທັນສະໄໝ. ກົດໝາຍສະບັບນີ້ໃຊ້ບັງຄັບກັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ແລະ ກິດຈະກຳການທ່ອງທ່ຽວທີ່ກ່ຽວຂ້ອງ, ກຳນົດຄຳນິຍາມຂອງການທ່ອງທ່ຽວ, ນັກທ່ອງທ່ຽວ, ວິສາຫະກິດການທ່ອງທ່ຽວ, ວິສາຫະກິດທີ່ພັກ, ມືແນະນຳ ແລະ ອື່ນໆ, ພ້ອມທັງຄຸ້ມຄອງການບໍລິການສະຖານທີ່ທ່ອງທ່ຽວ, ທີ່ພັກ, ມືແນະນຳ ແລະ ອື່ນໆ, ເພື່ອຮັກສາການພັດທະນາຂອງຊາດ ແລະ ເພີ່ມທະວີການຮ່ວມມື ແລະ ແລກປ່ຽນສາກົນ.

ມາດຕາ

ມາດຕາ 1

ມາດຕາ 1.
ຈຸດປະສົງ
ກົດໝາຍວ່າດ້ວຍການທ່ອງທ່ຽວ ກຳນົດຫລັກການ, ລະບຽບການ ແລະ ມາດຕະການ
ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ການຄຸ້ມຄອງການທ່ອງທ່ຽວ ແນໃສ່ສົ່ງເສີມ ແລະ
ພັດທະນາການທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ໃຫ້ຂະ
ຫຍາຍຕົວ, ຍືນຍົງ ກາຍເປັນອຸດສາຫະກຳທ່ອງທ່ຽວທີ່ທັນສະໄໝ ແລະ ປະກອບສ່ວນເຂົ້າໃນ
ການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສົ່ງເສີມຄວາມເຂົ້າໃຈຊຶ່ງກັນແລະກັນ, ສັນຕິ
ພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາກັບສາກົນ.

ມາດຕາ 2

ມາດຕາ 2.
ການທ່ອງທ່ຽວ
ການທ່ອງທ່ຽວ ແມ່ນການເດີນທາງຈາກທີ່ຢູ່ອາໄສຂອງຕົນໄປທ້ອງຖິ່ນອື່ນ ຫລືປະເທດ
ອື່ນເພື່ອການຢ້ຽມຢາມ, ການທ່ຽວຊົມ, ການພັກຜ່ອນ, ການມ່ວນຊື່ນ, ການແລກປ່ຽນວັດທະ
ນະທຳ, ການກິລາ, ການສົ່ງເສີມສຸຂະພາບ, ການສຶກສາຄົ້ນຄວ້າ, ການວາງສະແດງ, ການປະ
ຊຸມ ແລະອື່ນໆ ໂດຍບໍ່ມີຈຸດປະສົງຊອກເຮັດວຽກ, ປະກອບອາຊີບ ເພື່ອຫາລາຍໄດ້ໃນຮູບແບບ
ຕ່າງໆ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 79 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ