33 ກົດໝາຍວ່າດວ້ຍ-ການໄປສະນີ
邮政法
Law on Postal Services
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆ ກ່ຽວກັບການຈັດຕັ້ງ, ການດຳເນີນງານ, ການກວດກາ ແລະ ການສົ່ງເສີມກິດຈະກຳການບໍລິການໄປສະນີ, ກວມເອົາທັງທຸລະກິດໄປສະນີພາຍໃນປະເທດ ແລະ ສາກົນ, ເພື່ອແນໃສ່ຮັບປະກັນການໃຫ້ບໍລິການໄປສະນີທີ່ມີຄຸນນະພາບສູງ, ສະດວກ, ໄວ, ປອດໄພ ແລະ ສົ່ງເຖິງຜູ້ຮັບ. ກົດໝາຍສະບັບນີ້ກຳນົດຄຳນິຍາມຂອງຄຳວ່າ ໄປສະນີ, ຈົດໝາຍ, ຫຸ້ນຫໍ່ໄປສະນີ, ສະແຕມ, ຖົງໄປສະນີ, ພະນັກງານໄປສະນີ, ຕົວແທນໄປສະນີ, ຕູ້ໄປສະນີ ແລະ ຕູ້ຈົດໝາຍສ່ວນຕົວ ແລະ ອື່ນໆ, ແລະ ນຳໃຊ້ກັບຜູ້ໃຫ້ບໍລິການໄປສະນີ ແລະ ກິດຈະກຳທີ່ກ່ຽວຂ້ອງ.
ມາດຕາ
ມາດຕາ 1
ມາດຕາ 1 ຈຸດປະສົງ
ກົດໝາຍວ່າດ້ວຍການໄປສະນີກຳນົດຫລັກການ, ລະບຽບການ ແລະມາດຕະການ
ເພື່ອຄຸ້ມຄອງ
ແລະກວດກາການຈັດຕັ້ງ,
ການເຄື່ອນໄຫວ
ແລະການສົ່ງເສີມການບໍລິການ
ດ້ານໄປສະນີຢູ່ພາຍໃນ ປະເທດ ແລະ ລະຫວ່າງປະເທດ ແນໃສ່ຮັບປະກັນການບໍລິການດ້ານ
ໄປສະນີແກ່ສັງຄົມ ໃຫ້ມີຄຸນນະພາບສູງ, ມີຄວາມສະດວກ, ວ່ອງໄວ, ປອດໄພ ແລະໄປເຖິງຜູ້ຮັບ
ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ມາດຕາ 2
ມາດຕາ 2 ການໄປສະນີ
ການໄປສະນີ ແມ່ນການບໍລິການຮັບຝາກ, ການຈັດສົ່ງ, ການແຈກຢາຍໄປສະນີພັນ,
ພັດສະດຸໄປ ສະນີ ໂດຍມີການຕິດສະແຕມ ແລະມີຕາປະທັບຂອງໄປສະນີ; ການບໍລິການ
ໄປສະນີກ່ຽວກັບການສົ່ງຂ່າວ ສານທາງໂທລະເລກ, ໂທລະສານ ແລະທາງເອເລັກໂຕຣນິກ;
ການບໍລິການດ້ານການເງິນໄປສະນີ;
ການຂາຍສະແຕມໄປສະນີ
ແລະຜະລິດຕະພັນ
ໄປສະນີປະເພດຕ່າງໆ ໂດຍມີການຄິດໄລ່ເອົາຄ່າບໍລິການ ຕາມ ການຕົກລົງຂອງລັດຖະບານ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 39 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ