19 ກົດໝາຍວ່າດວ້ຍ-ທະນາຄານແຫ່ງ-ສປປ-ລາວ

老挝人民民主共和国银行法

Law on the Bank of the Lao PDR

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດລັກສະນະ, ຖານະ, ຂອບເຂດສິດ ແລະ ໜ້າທີ່, ການຈັດຕັ້ງ ແລະ ການດຳເນີນງານຂອງທະນາຄານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເພື່ອແນໃສ່ຈັດຕັ້ງປະຕິບັດນະໂຍບາຍເງິນຕາ, ຮັກສາສະຖຽນລະພາບຂອງມູນຄ່າເງິນກີບ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ຕໍ່ເນື່ອງ. ທະນາຄານດັ່ງກ່າວແມ່ນອົງການການເງິນຂອງລັດຖະບານ, ມີຂັ້ນກະຊວງ, ເປັນທະນາຄານກາງຂອງຊາດ, ມີຖານະນິຕິບຸກຄົນຕັ້ງຢູ່ນະຄອນຫຼວງວຽງຈັນ. ໜ້າທີ່ຂອງຕົນລວມມີການເປັນເສນາທິການໃຫ້ລັດຖະບານໃນການຄຸ້ມຄອງມະຫາພາກດ້ານເງິນຕາ ແລະ ສິນເຊື່ອຂອງທະນາຄານ, ຊຸກຍູ້ສະຖຽນລະພາບພາຍໃນ ແລະ ຕ່າງປະເທດຂອງເງິນກີບ, ຍົກສູງປະສິດທິພາບການຊຳລະສະສາງ ແລະ ການໃຊ້ໜີ້, ພ້ອມທັງຄຸ້ມຄອງການໄຫຼວຽນຂອງເງິນຕາເພື່ອຮັບໃຊ້ແຜນພັດທະນາຊາດ.

ມາດຕາ

ມາດຕາ 1

ມາດຕາ 1.
ຫນ້າທີ່ຂອງກົດຫມາຍວ່າດ້ວຍ ທະນາຄານແຫ່ງ ສ- ປປ- ລາວ.
ກົດຫມາຍວ່າດ້ວຍ ທະນາຄານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີ-
ຫນ້າທີ່ກຳນົດລັກສະນະ, ພາລະບົດບາດ, ຂອບເຂດສິດ ແລະ ຫນ້າທີ່, ການຈັດຕັ້ງ ແລະ ການເຄື່ອນ-
ໄຫວ ຂອງທະນາຄານແຫ່ງ ສ- ປປ- ລາວ ໃນການປະຕິບັດນະໂຍບາຍເງິນຕາ, ຮັກສາລາຄາເງິນກີບ
ໃຫ້ມີສະຖຽນລະພາບ, ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສ- ປປ- ລາວ
ໃຫ້ຂະຫຍາຍຕົວ ແລະ ມີປະສິດທິພາບ.

ມາດຕາ 2

ມາດຕາ 2.
ທີ່ຕັ້ງຂອງ ທະນາຄານ.
ທະນາຄານແຫ່ງ ສ- ປປ- ລາວ ແມ່ນສະຖາບັນເງິນຕາຂອງລັດຖະບານ, ມີຖານະທຽບເທົ່າກະ-
ຊວງ, ເປັນທະນາຄານກາງຂອງປະເທດ, ມີຖານະເປັນນິຕິບຸກຄົນ ແລະ ມີສຳນັກງານໃຫຍ່ຕັ້ງຢູ່ນະ-
ຄອນຫລວງວຽງຈັນ.

ມາດຕາ 3

ມາດຕາ 3.
ພາລະບົດບາດຂອງທະນາຄານ
ທະນາຄານແຫ່ງ ສ- ປປ- ລາວ ມີພາລະບົດບາດດັ່ງນີ້:
1. ເປັນເສນາທິການໃຫ້ແກ່ລັດຖະບານ ໃນການ ຄຸ້ມຄອງມະຫາພາກທາງດ້ານເງິນຕາ, ສິນ-
ເຊື່ອ ຂອງ ທະນາຄານ ໃນຂອບເຂດທົ່ວປະເທດ;
2. ສົ່ງເສີມ ແລະ ປົກປັກຮັກສາສະຖຽນລະພາບ ຂອງເງິນກີບຕໍ່ພາຍໃນ ແລະ ຕ່າງປະເທດ,
ຍົກສູງປະສິດທິພາບຂອງກົນໄກຊຳລະ ແລະ ຖານະການຊຳລະຫນີ້ຂອງລະບົບທະນາຄານ ເພື່ອ-
ເຮັດໃຫ້ລະບົບເງິນຕາ, ສິນເຊື່ອຂອງ ສປປລາວ ເຄື່ອນໄຫວມີປະສິດທິພາບ ແລະ ປອດໄສ;
3. ສົ່ງເສີມ ແລະ ອຳນວຍຄວບຄຸມການເຄື່ອນໄຫວ ຂອງເງິນຕາ ຮັບໃຊ້ແຜນພັດທະນາເສດ-
ຖະກິດ - ສັງຄົມ ຂອງ ສ- ປປ- ລາວ ໃຫ້ຂະຫຍາຍຕົວ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 62 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ